Homeຂ່າວກິລາທັບ W.I.G NAGA ຢູ11 ຟອມໂຫດເກັບໄຊຊະນະ 4 ນັດລວດໃນຮອບແບ່ງກຸ່ມ ຍິງຄູ່ແຂ່ງລວມ 20 ປະຕູ

ທັບ W.I.G NAGA ຢູ11 ຟອມໂຫດເກັບໄຊຊະນະ 4 ນັດລວດໃນຮອບແບ່ງກຸ່ມ ຍິງຄູ່ແຂ່ງລວມ 20 ປະຕູ

Published on

ຮ່ວມສົ່ງກຳລັງໃຈໃຫ້ຫຼານນ້ອຍ ສະໂມສອນ W.I.G NAGA ຢູ11 ກັບພາລະກິດປ້ອງແຊ້ມໃນລາຍການ PANYI ELITE CUP 2025 NEW YEAR CUP ຊິງໄຊກັບເຈົ້າພາບ 30 ທີມ ແລະ ຕ່າງປະເທດອີກ 5 ທີມ ທີ່ເມືອງ ຊຽງໄຮ ປະເທດຈີນ ໃນວັນທີ 20-24 ມັງກອນ 2025.

ທັບ W.I.G NAGA ຢູ11 ໄດ້ອອກເດີນທາງແຕ່ວັນທີ 19 ມັງກອນ 2025 ທີ່ສະໜາມບິນສາກົນວັດໄຕ ເຊິ່ງການແຂ່ງຂັນລາຍການນີ້ເປັນລາຍການໃຫຍ່ທີ່ສຸດທີ່ ສປ ຈີນ ເພາະມີເຖິງ 36 ທີມເຂົ້າຮ່ວມຊີງໄຊ ໃນນັ້ນເປັນ 30 ທີມຈາກ ສປ ຈີນ ( ມີທີມຊາດເຍົາວະຊົນຈີນ 2 ທີມ ), ສ່ວນອີກ 6 ທີມເປັນທີມຈາກສະເປນ, ຍີ່ປຸ່ນ, ເກົາຫຼີ, ໄທ, ແລະ ລາວ.

ສຳລັບຜົນງານໃນການແຂ່ງຂັນຮອບແບ່ງກຸ່ມ:

ນັດທຳອິດ WIG NAGA 7-0 Jaiangchuan
ນັດທີສອງ WIG NAGA 8-0 Cengdu Tangwai
ນັດທີສາມ WIG NAGA 3-0 Yiguan Sport
ນັດທີສີ່ WIG NAGA 4-0 DALEIN Tornado14

ສະໂມສອນ W.I.G NAGA ຢູ11 ຊະນະລວດ 4 ນັດໃນຮອບແບ່ງກຸ່ມ ຍິງປະຕູລວມ 22 ປະຕູ ສ່ວນມື້ອື່ນຈະເປັນການແຂ່ງຂັນຮອບ 16 ທີມສຸດທ້າຍ.

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...