spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 16 ຫາ 19 ມັງກອນ 2025

ແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 16 ຫາ 19 ມັງກອນ 2025

Published on

ມວນອາກາດຫນາວເຢັນຈາກປະເທດຈີນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ອີກເທື່ອໃຫມ່ ດ້ວຍກໍາລັງປານກາງ ຫາ ແຮງ, ພ້ອມດຽວກັນລົມມໍລະສຸມຕາເວັນອອກສ່ຽງເຫນືອທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 2 ຫາ 3 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ມີຝົນຕົກໃນ ລະດັບຄ່ອຍ ແລະ ສະພາບອາກາດຫນາວເຢັນຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະຫນາວເຢັນຫຼາຍຢູ່ແຂວງພາກເຫນືອ ແລະ ພາກກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 16 ຫາ 19 ມັງກອນ 2025 ນີ້.

ພາກເຫນືອ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖີ່ນ. ອຸນຫະພູມຕ່ໍາສຸດ 04 ຫາ 09 ອົງສາ.

ພາກກາງ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີລົມພັດແຮງ ໂດຍສະເພາະຢູ່ ແຂວງ ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ໍາສຸດ 07 ຫາ 12 ອົງສາ.

ນະຄອນຫຼວງວຽງຈັນ ອາກາດເຢັນ ຫາ ຫນາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 ຫາ 16 ອົງສາ
ພາກໃຕ້ ອາກາດເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖີ່ນ ແຂວງ ຈໍາປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມຕໍ່າສຸດ 14 ຫາ 16 ອົງສາ.

ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 04 ຫາ 08 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດຫນາວເຢັນດັ່ງກ່າວ ໂດຍສະເພາະຢູ່ເຂດ ພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເຫນືອ, ແຂວງ ໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ຈະຫນາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...