spot_img
Homeຂ່າວພາຍ​ໃນລັດຖະບານ ຈະສຸມໃສ່ຫຼາຍມາດຕະການເພື່ອປັບປຸງຄຸນນະພາບການສຶກສາຂອງລາວໃຫ້ດີຂຶ້ນ

ລັດຖະບານ ຈະສຸມໃສ່ຫຼາຍມາດຕະການເພື່ອປັບປຸງຄຸນນະພາບການສຶກສາຂອງລາວໃຫ້ດີຂຶ້ນ

Published on

ທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງຫລາຍບັນຫາສໍາຄັນທີ່ເປັນຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ທີ່ຫໍສະພາແຫ່ງຊາດ, ໃນນີ້ລວມທັງການປັບປຸງຄຸນນະພາບການສຶກສາຂອງລາວ. ທ່ານໃຫ້ຮູ້ວ່າເພື່ອເຮັດໃຫ້ຄຸນນະພາບການສຶກສາຂອງລາວໃຫ້ນັບມື້ດີຂຶ້ນໃນຕໍ່ໜ້າ ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດຫລາຍມາດຕະການສໍາຄັນດັ່ງນີ້:
May be an image of 1 person
1. ຫຼຸດຜ່ອນການສິດສອນຫ້ອງຄວບ, ສະໜອງຄູສອນໃຫ້ພຽງພໍຕາມມະຕິ09/ລບ ດ້ວຍການນໍາໃຊ້ໂຄຕາທີໄດ້ຮັບໃນປີ 2025 ແລະ ໂຄຕາທະຫານພັນທະ 2.000 ຄົນ ໃຫ້ຄູອາສາສະ ໝັກຢູ່ເຂດຊົນນະບົດຈາກກະຊວງປ້ອງກັນປະ ເທດ, (ປະຈຸບັນມີຄູອາສາສະໝັກ 4.460 ຄົນ) ແລະ ສະເໜີໃຫ້ຄູບໍລິຫານ ແລະ ຄູສອນທີຄົບອາຍຸເຂົ້າພັກຜ່ອນບຳນານທີ່ຍັງແຂງແຮງ, ມີຄວາມ ສາມາດສືບຕໍ່ສິດສອນ ຈົນຮອດ 65 ປີ ຫຼືຫຼາຍກ່ວານັ້ນ. ພ້ອມນັ້ນກໍ່ເປີດຫຼັກສູດບໍາລຸງຄູ, ໃຫ້ມີຄວາມສາມາດ ແລະ ມີວິທີສິດສອນແບບໃໝ່ໃຫ້ທັນຍຸກທັນສະໄໝ.
2. ສືບຕໍ່ປຸກລະດົມຄູໃຫ້ເອົາໃຈໃສ່ສິດສອນຢ່າງມີຄວາມຮັບ ຜິດຊອບ, ມີຈັນຍາບັນ, ຈັນຍາທໍາສົມເປັນແມ່ພິມຂອງຊາດ; ເອົາ ໃຈໃສ່ດູແລຊີວິດການເປັນຢູ່ຂອງຄູໃຫ້ດີຂຶ້ນໂດຍສົມທົບການປະ ຕິບັດນະໂຍບາຍອຸດໜູນຈາກລັດຖະບານ ແລະ ການປະກອບສ່ວນຂອງອົງການປົກຄອງທ້ອງຖິ່ນ ແລະ ຜູ້ປົກຄອງຂອງນັກ ຮຽນ. (ໃນປີ 2024 ລັດຖະບານໄດ້ຈັດສັນງົບປະມານອຸດໜູນຄູອາສາສະໝັກ ຈໍານວນ 90 ຕື້ກີບ. ໃນນັ້ນ ງົບຈາກລັດຖະບານ 76 ຕື້ກີບ, ທະນາຄານພັດ ທະນາລາວ 14 ຕື້ກີບ).
National University of Laos to Admit 5,920 New Students - Laotian Times
3. ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນທາງດ້ານວິຊາການ, ການບໍລິຫານ, ສະໜອງວັດຖຸອຸ ປະ ກອນ ແລະ ງົບປະມານທີ່ຈຳເປັນໃຫ້ພຽງພໍ.
4. ສືບຕໍ່ປັບປຸງຫຼັກສູດການຮຽນ-ການສອນ ແລະ ວິທີການສິດສອນຂອງຄູ, ວິທີຮັບເອົາຄວາມຮູ້ ຂອງນັກຮຽນໃຫ້ສອດ ຄ່ອງກັບເປົ້າໝາຍ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ.
5. ສືບຕໍ່ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງສະຖານການສຶກສາ, ສະໜອງອຸປະກອນການ ຮຽນ-ການສອນໃຫ້ພຽງພໍຂັ້ນພື້ນຖານ, ສໍາລັບນັກຮຽນຢູ່ຊົນນະບົດອາດນໍາໃຊ້ເຄື່ອນຸ່ງທີ່ມີເປັນຕົ້ນ ເຄື່ອນຸ່ງຈາກຜ້າແພຫັດຖະກຳພື້ນເມືອງ ບໍຈໍາເປັນຕ້ອງມີເສື້ອຂາວ, ສົ່ງ/ສິ້ນສີຟ້າ, ສູ້ຊົນສ້າງໂຮງຮຽນ ກິນນອນຢູ່ໂຮງ ຮຽນໝວດປະ ຖົມ ແລະ ມັດຖະຍົມສົມບູນຢູ່ຊົນນະບົດ.
Supporting children's education in Laos | Highlight | Nikon About Us
6. ສືບຕໍ່ດໍາເນີນມາດຕະການຈຳກັດສິ່ງແວດລ້ອມຕ່າງໆທີມີຜົນກະທົບທາງລົບ ແລະ ລົບກວນຕໍ່ ການສຶກສາເປັນຕົ້ນໃນເວ ລາຮຽນ ເຊັ່ນ: ເຄື່ອງມືສື່ສານ, ສະຖານບໍລິການ ຮ້ານເກມ, ກິນດື່ມ, ບັນເທິງ ແລະ ອື່ນໆ. ພ້ອມນັ້ນກໍ່ອອກແຮງສ້າງຄ່ານິຍົມ ແລະ ປັດໃຈຕ່າງໆເພື່ອໃຫ້ ພົນລະເມືອງລາວທຸກຄົນ ຮັກ ແລະ ມັກຮຽນຮູ້, ມັກອ່ານ, ມັກຄົ້ນຄ້ວາ, ສ້າງໃຫ້ມີຕົວເມືອງ, ຊຸມຊົນສັງຄົມແຫ່ງການຮຽນຮູ້ (Leaning Society) ໃຫ້ແກ່ໄວໜຸ່ມທີ່ຈະເປັນອານາຄົດ ແລະ ໜໍ່ແໜງຂອງປະ ເທດຊາດ;
7. ສືບຕໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການໃຊ້ຈ່າຍງົບປະມານທີ່ກຳນົດໄວ້ໃຫ້ເຄັ່ງຄັດ ແລະ ຊຸກຍູ້ການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ເພື່ອໃຫ້ມີຈຸດສຸມຕາມເປົ້າໝາຍຂອງການພັດ ທະນາການສຶກສາ 5 ປີ ໃນແຕ່ລະໄລຍະ.
ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...