spot_img
Homeຂ່າວພາຍ​ໃນການາດາ ມອບເງິນຊ່ວຍເຫຼືອ 2 ລ້ານໂດລາການາດາ ແກ່ອົງການແມ່ນໍ້າຂອງ(MRC) ສົ່ງເສີມວຽກງານຄຸ້ມຄອງແມ່ນໍ້າຂອງໃຫ້ຍືນຍົງ

ການາດາ ມອບເງິນຊ່ວຍເຫຼືອ 2 ລ້ານໂດລາການາດາ ແກ່ອົງການແມ່ນໍ້າຂອງ(MRC) ສົ່ງເສີມວຽກງານຄຸ້ມຄອງແມ່ນໍ້າຂອງໃຫ້ຍືນຍົງ

Published on

ໃນວັນທີ 11 ຕຸລາ 2024, ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີການາດາ ໄດ້ເດີນທາງຢ້ຽມຢາມສໍານັກງານໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຢ່າງເປັນທາງການ, ທີ່ນະຄອນຫຼວງວຽງຈັນ, ເຊິ່ງຖືວ່າເປັນຫົວຫນ້າລັດຖະບານຜູ້ທໍາອິດຈາກຄູ່ຮ່ວມພັດທະນາ ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານໃນຄັ້ງນີ້.

May be an image of 2 people, grass and text

ໃນລະຫວ່າງ​ການ​ຢ້ຽມ​ຢາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັສຕິນ ທຣູໂດ ພ້ອມກັບທ່ານນາງ ແມຣີ ອິງ, ລັດຖະມົນຕີວ່າການກະຊວງສົ່ງເສີມການສົ່ງອອກ, ການຄ້າສາກົນ ແລະ ການພັດທະນາເສດຖະກິດ ແລະ ທ່ານ ປອ. ອານຸລັກ ກິດຕິຄຸນ, ຫົວຫນ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ພົບປະ, ສົນທະນາ ແລະ ແລກປ່ຽນກັບ​ຊາວ​ປະ​ມົງ ແລະ ຊາວ​ກະ​ສິ​ກອນ ກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າປະເຊີນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ ລວມທັງບັນຫາການຄຸ້ມຄອງນໍ້າຂ້າມຊາຍແດນ.

May be an image of 6 people, boat and text

ໃນໄລຍະຜ່ານມາ ກາ​ນາ​ດາ​ ​ສ້າງ​ການເປັນ​​ຄູ່​ຮ່ວມ​ມື​ພັດທະນາ​ຢ່າງ​ເປັນ​ທາງ​ການ ​ກັບຄະນະ​ກຳມາ​ທິການ​ແມ່​ນ້ຳຂອງສາກົນ, ​ໂດຍການ​ປະກອບສ່ວນເງິນຈຳນວນ 2 ລ້ານໂດລາການາດາ (ປະມານ 1,5 ລ້ານໂດລາສະຫະລັດ) , ເງິນສະໜັບສະໜູນດັ່ງກ່າວ ມີເປົ້າໝາຍນໍາໃຊ້ກັບການຄຸ້ມຄອງນ້ຳຂ້າມຜ່ານຊາຍແດນ, ການຕິດຕາມ ແລະ ການພະຍາກອນແມ່ນໍ້າ.

May be an image of 5 people, crowd and text

ທ່ານ ປອ. ອານຸລັກ ກິດຕິຄຸນ, ຫົວຫນ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ກ່າວວ່າ “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັສຕິນ ທຣູໂດ, ເຊິ່ງເປັນການສ້າງປະຫວັດສາດໜ້າໃໝ່ໃນການຮ່ວມມືຂອງພວກເຮົາ ກັບ ການາດາ, ການຊ່ວຍເຫຼືອຂອງການາດາ ເກີດຂຶ້ນໃນໄລຍະທີ່ພວກເຮົາເພີ່ມທະວີຄວາມພະຍາຍາມໃນການຄຸ້ມຄອງຊັບພະຍາກອນນ້ຳ ຂອງແມ່ນໍ້າຂອງ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນໃນພາກພື້ນ”

ຂ່າວ: Mekong River Commission

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...