spot_img
Homeຂ່າວພາຍ​ໃນເສັ້ນທາງຄົມມະນາຄົມຖືກຜົນກະທົບຈາກໄພພິບັດ 53 ຕື້ 9 ຮ້ອຍລ້ານກວ່າກີບ

ເສັ້ນທາງຄົມມະນາຄົມຖືກຜົນກະທົບຈາກໄພພິບັດ 53 ຕື້ 9 ຮ້ອຍລ້ານກວ່າກີບ

Published on

ໃນໄລຍະກາງເດືອນສິງຫາ-ທ້າຍເດືອນ ກັນຍາ 2024 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຊີ່ງໄດ້ເຮັດໃຫ້ບັນດາເສັ້ນທາງຄົມມະນາຄົມພາຍໃນແຂວງຫົວພັນຖືກຜົນກະທົບຈາກໄພພິບັດທໍາມະຊາດ ໂດຍສະເພາະແມ່ນ 9 ເມືອງຂອງແຂວງ ຄື: ເມືອງຊໍາເໜືອ, ເມືອງຮ້ຽມ, ເມືອງຊ່ອນ,ເມືອງຫົວເມືອງ, ເມືອງຊໍາໃຕ້, ເມືອງກວັນ, ເມືອງສົບເບົາ, ເມືອງແອດ ແລະ ເມືອງວຽງໄຊ ເຮັດໃຫ້ບາງເສັ້ນທາງເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນແມ່ນ ດິນຫຍຸບ, ດິນເຊາະເຈື່ອນ, ຕົ້ນໄມ້ຫັກທັບຖົມເສັ້ນທາງ.

ເສັ້ນທາງທີ່ຖືກຜົນກະທົບທັງໝົດ 34 ເສັ້ນ, ມີ 1 ພັນ 9 ຮ້ອຍກວ່າກິໂລແມັດ, ໃນນີ້ ເສັ້ນທາງຫຼວງແຫ່ງຊາດ 9 ສັນຍາ ເສຍຫາຍ 516 ກິໂລແມັດ, ເສັ້ນທາງຫຼວງຂອງແຂວງ 9 ເສັ້ນເສຍຫາຍ 576 ກິໂລແມັດ, ທາງຫຼວງເມືອງ 10 ເສັ້ນ 538 ກິໂລແມັດ, ເສັ້ນທາງຊົນນະບົດ 5 ເສັ້ນ 227 ກິໂລແມັດ, ເສັ້ນທາງຕົວເມືອງ 1 ເສັ້ນ 60 ກວ່າກິໂລແມັດ, ນອກຈານີ້ຍັງມີຂົວອູ່ 3 ຈຸດ ແລະ ລະບົບນໍ້າປະປາເມືອງຊ່ອນ ເປ່ເພ ເຊິ່ງມີຜົນເສຍຫາຍທັງໝົດ 53 ຕື້ 9 ຮ້ອຍລ້ານກວ່າກີບ , ມາຮອດປະຈຸບັນນີ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງໄດ້ເອົາໃຈໃສ່ເລັ່ງແກ້ໄຂສຸກເສີນແຕ່ລະເສັ້ນທາງສໍາເລັດແລ້ວຈໍນວນໜື່ງ ເພື່ອເຮັດໃຫ້ການສັນຈອນໄປມາແຕ່ລະເສັ້ນທາງໃຫ້ມີຄວາມສະດວກ.

ແຫຼ່ງຂ່າວ: ໂທລະພາບແຂວງຫົວພັນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...