spot_img
Homeຂ່າວຕ່າງປະເທດໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

Published on

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ ຫຼື ໃຊ້ໄດ້ໃນວັນທີ 22 ມັງກອນ ປີ2025.

ກົດໝາຍນີ້ໃຊ້ເວລາຫຼາຍກວ່າ 20 ປີ ຜ່ານການຕໍ່ຕ້ານ ແລະ ການສະໜັບສະໜູນ ຈົນມາຮອດວັນທີ່ສະພາຜູ້ແທນລາຊະດອນເຫັນດີດ້ວຍຄະແນນສຽງ 400 ຕໍ່ 10 ເມື່ອເດືອນ ມີນາ 2024 ທີ່ຜ່ານມາ ແລະ ສາມເດືອນຫຼັງຈາກນັ້ນ ໃນກອງປະຊຸມວຸດທິສະພາກໍເຫັນດີດ້ວຍຄະແນນສຽງ 130 ສຽງຕໍ່ 10 ສຽງ.

ກົດໝາຍດັ່ງກ່າວໄດ້ປະກາດຢ່າງເປັນທາງການຜ່ານເວັບໄຊ້ ຣາຊກິດຈານຸເບກສາ ເມື່ອວັນທີ 24 ກັນຍາ 2024 ໂດຍມີຜົນບັງຄັບໃຊ້ 120 ວັນ ຫຼື 22 ມັງກອນ ປີ 2025.

ກົດໝາຍສົມລົດເທົ່າທຽມຈະເຮັດໃຫ້ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ສາມາດຈົດທະບຽນສົມລົດ ຫຼື ຍ່າຮ້າງໄດ້ຕາມກົດໝາຍ ມີສິດໄດ້ຮັບປະໂຫຍດ ແລະ ສະວັດດິການຈາກລັດໃນຖານະຄູ່ສົມລົດເຊັ່ນ: ສິດປະກັນສັງຄົມ ແລະ ສິທິການເບິກຈ່າຍຄ່າຮັກສາໂຮງໝໍ ລວມເຖິງສິດໃນການຕັດສິນໃຈເລື່ອງທາງການແພດ ແລະ ສິດສິດຈັດການຊັບສິນຂອງຄູ່ສົມລົດເປັນຕົ້ນ.

ທັງນີ້ໄທເປັນຊາດທຳອິດໃນອາຊຽນ ແລະ ເປັນປະເທດທີ 3 ໃນອາຊີທີ່ຜ່ານກົດໝາຍສົມລົດເທົ່າທຽມເຊິ່ງການຮັບຮອງຂອງເພດດຽວກັນ ໂດຍປ່ຽນຈາກຄຳວ່າ: ສາມີ-ພັນລະຍາ ເປັນ ຄູ່ສົມລົດ ເພື່ອເປັນໄປຕາມຫຼັກການໃນລັດຖະທຳມະນູນທີ່ລະບຸວ່າບຸກຄົນຕ້ອງເທົ່າທຽມກັນໃນກົດໝາຍ.

ທີ່ມາ: BBC 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...