spot_img
Homeຂ່າວພາຍ​ໃນກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

Published on

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ ໃບກະທ້ອມ ແລະ ນໍ້າຢາດາທິດຊີນ ຢູ່ເຂດບ້ານໂພນພິມ, ເມືອງທ່າແຂກ, ແຂວງຄຳມ່ວນ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບກຸມພວກກ່ຽວ, ໃນນີ້ ມີເປົ້າໝາຍເຊື້ອຊາດ ແລະ ສັນຊາດຫວຽດນາມ ຈຳນວນ 1ຄົນ, ພ້ອມຢຶດເຄື່ອງຂອງກາງໄດ້ ປະເພດໃບກະທ້ອມຈຳນວນ 28 ກິໂລກຣາມ, ນໍ້າຢາດາທິດຊິນຈຳນວນ 445 ແກ້ວ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

May be an image of 7 people and people studying

ຈານນັ້ນ, ໃນວັນທີ 18 ກັນຍາ 2024; ເຈົ້າໜ້າທີ່ຈຶ່ງໄດ້ນຳເອົາຕົວພວກກ່ຽວທັງ 7 ຄົນ ມາສຶກສາອົບຮົມກ່າວເຕືອນ, ພ້ອມທັງໄດ້ຍົກໃຫ້ເຫັນກ່ຽວກັບກົດໝາຍ ແລະ ຜົນຮ້າຍຂອງສານເສບຕິດດັ່ງກ່າວ ເພື່ອໃຫ້ພວກກ່ຽວມີການປ່ຽນແປງພຶດຕິກຳຂອງຕົນເອງ, ຖ້າຫາກພວກກ່ຽວຍັງສືບຕໍ່ກະທຳຜິດຕໍ່ໄປ ແມ່ນຈະຖືກເຈົ້າໜ້າທີ່ນຳຕົວມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...

ຫຼວງພະບາງ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ ສສ ຫວຽດນາມ ຈຳນວນ 1 ຕື້ດົງ

ຍ້ອນເກີດມີພະຍຸ ຫຼາຍຫົວ ເປັນຕົ້ນແມ່ນ ພະຍຸຢາກິ ໄດ້ພັດເຂົ້າປະເທດຫວຽດນາມ ແລະບັນດາປະເທດໃກ້ຄຽງ ໃນເດືອນກັນຍາ ນີ້ ເຮັດໃຫ້ ເກີດໄພນໍ້າຖ້ວມ ຢູ່ຫຼາຍແຂວງ, ຫຼາຍເມືອງຂອງ ປະເທດ ຫວຽດນາມ...