spot_img
Homeຂ່າວພາຍ​ໃນໂຮງຮຽນ 50 ແຫ່ງ ພ້ອມຄູ-ນັກຮຽນເກືອບ 6 ພັນຄົນ ຮັບຜົນກະທົບຈາກນໍ້າຖ້ວມຫຼວງນໍ້າທາ

ໂຮງຮຽນ 50 ແຫ່ງ ພ້ອມຄູ-ນັກຮຽນເກືອບ 6 ພັນຄົນ ຮັບຜົນກະທົບຈາກນໍ້າຖ້ວມຫຼວງນໍ້າທາ

Published on

ພາຍຫຼັງໄດ້ເກີດສະພາບອາກາດປ່ຽນແປງ ມີພະຍຸລົມແຮງ (ພະຍຸໄຕ້ຝຸ່ນ ຢາກິ) ເຮັດໃຫ້ເກີດມີຝົນຕົກຫຼາຍໃນອາທິດທີ່ຜ່ານມາ ໂດຍສະເພາະແມ່ນໃນແຂວງຫຼວງນໍ້າທາ ຈຶ່ງເຮັດໃຫ້ເກີດຄວາມເສຍຫາຍສົມຄວນຕໍ່ອາຄານໂຮງຮຽນ ທີ່ຕັ້ງຢູ່ພາຍໃນເມືອງຫຼວງນໍ້າທາ ຊຶ່ງມີໂຮງຮຽນ ຈໍານວນ 50 ແຫ່ງ ພ້ອມຄູອາຈານ ແລະ ນັກຮຽນ ເກືອບ 6 ພັນຄົນ ໄດ້ຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້.

No photo description available.

ຕາມບົດລາຍງານຜົນກະທົບຈາກໄພພິບັດນໍ້າຖ້ວມຂອງຂະແໜງການສຶກສາ ແລະ ກິລາ ແຂວງຫຼວງນໍ້າທາ ໃນວັນທີ 12 ກັນຍາ 2024 ໃຫ້ຮູ້ວ່າ: ໃນວັນທີ 9 ກັນຍາ 2024 ໄດ້ເກີດສະພາບອາກາດປ່ຽນແປງ ມີພະຍຸລົມແຮງເຮັດໃຫ້ເກີດມີຝົນຕົກຫຼາຍຈົນເກີດຄວາມເສຍຫາຍພໍສົມຄວນຕໍ່ອາຄານໂຮງຮຽນ ທີ່ຕັ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.

May be an image of 2 people

ຜ່ານການເກັບກຳຂໍ້ມູນຕົວຈິງໃນເບິ່ງຕົ້ນຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍສົມທົບກັບຫ້ອງການສຶກສາທິການ ແລະ ກິລາ ເມືອງຫຼວງນໍ້າທາ ສັງລວມບັນດາໂຮງຮຽນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ມີຈຳນວນ 50 ແຫ່ງ ໃນນີ້ປະກອບມີ ໂຮງຮຽນມັດທະຍົມສົມບູນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 7 ແຫ່ງ, ໂຮງຮຽນປະຖົມ 23 ແຫ່ງ ແລະ ໂຮງຮຽນອະນຸບານ 17 ແຫ່ງ.

May be an image of zebra

ຜົນຂອງການເສຍຫາຍໃນເບື້ອງຕົ້ນຂອງແຕ່ລະໂຮງຮຽນ ປະກອບມີ ອຸປະກອນການຮຽນການສອນໃນໂຮງຮຽນ ເປັນຕົ້ນແມ່ນ ປຶ້ມແບບຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນອື່ນໆ; ປະເພດເຟີນີເຈີພາຍໃນໂຮງຮຽນ ແລະ ອາຄານຮຽນບາງໂຮງຮຽນເປ່ເພ.

ຂ່າວ: ໜັງສືພິມສຶກສາ, ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...