spot_img
Homeຂ່າວພາຍ​ໃນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບເງິນຊ່ວຍເຫຼືອແຂວງຫຼວງນໍ້າທາ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບເງິນຊ່ວຍເຫຼືອແຂວງຫຼວງນໍ້າທາ

Published on

ຕອນບ່າຍວັນທີ 11 ກັນຍາ 2024 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ນໍາເອົາເງິນສົດ ມູນຄ່າ 100 ລ້ານກີບ ມາມອບໃຫ້ແຂວງຫລວງນໍ້າທາ ເພື່ອປະກອບເຂົ້າການຊ່ວຍເຫລືອ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ເປັນກຽດຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນເຈົ້າແຂວງຫລວງນໍ້າທາ, ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 3 people

ເນື່ອງຈາກວ່າ ຫລາຍບ້ານຢູ່ແຂວງຫລວງນໍ້າທາ ໄດ້ຖືກຜົນກະທົບຈາກເຫດການນໍ້າຖ້ວມກະທັນຫັນຢ່າງຮ້າຍແຮງ ເປັນເວລາ 3 ວັນແລ້ວ (ແຕ່ວັນທີ 09-11 ກັນຍາ) ເຊິ່ງເຫັນວ່າປະລິມານນໍ້າໄດ້ມີການຫຼຸດລົງເປັນຈໍານວນຫຼາຍແລ້ວ.

May be an image of 7 people and body of water

ໃນໂອກາດລົງມອບເງິນຊ່ວຍເຫຼືອໃນຄັ້ງນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ຍັງໄດ້ລົງເຄື່ອນໄຫວ ແລະ ນໍາເອົາອາຫານແຫ້ງລົງແຈກຢາຍໃຫ້ ປະຊາຊົນທີ່ຖືກຜົນກະທົບ ຈໍານວນ 4 ບ້ານ ຄື: ບ້ານຫຼວງ, ບ້ານຂອນ, ບ້ານປ່າສັກ ແລະ ບ້ານໃໝ່ ຕື່ມອີກ.

ຂ່າວ-ພາບ: ແສງທອງ, ປະເທດລາວ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...