spot_img
Homeຂ່າວການຊ່ວຍເຫຼືອແຈ້ງການໃຊ້ສະໜາມບິນສາກົນ ບໍ່ແກ້ວ ເພື່ອອຳນວຍຄວາມສະດວກ ແລະ ລໍາລຽງການຊ່ວຍເຫຼືອ

ແຈ້ງການໃຊ້ສະໜາມບິນສາກົນ ບໍ່ແກ້ວ ເພື່ອອຳນວຍຄວາມສະດວກ ແລະ ລໍາລຽງການຊ່ວຍເຫຼືອ

Published on

ບໍລິສັດ ສະໜາມບິນສາກົນ ບໍ່ແກ້ວ ຂໍເປັນສ່ວນໜຶ່ງໃນການແບ່ງເບົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອອຳນວຍຄວາມສະດວກ ແລະ ລໍາລຽງການຊ່ວຍເຫຼືອ ໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໄປຍັງ ແຂວງຫຼວງນໍ້າທາ ໃນຄັ້ງນີ້ ໂດຍອະນຸຍາດໃຫ້ບັນດາສາຍການບິນທີ່ບໍ່ສາມາດປະຕິບັດຖ້ຽວບິນ ໄປຍັງແຂວງຫຼວງນໍ້າທາໄດ້, ໃຫ້ມານໍາໃຊ້ສະໜາມບິນສາກົນບໍ່ແກ້ວແທນ.

ສະໜາມບິນສາກົນບໍ່ແກ້ວ ມີຄວາມຍິນດີຍົກເວັ້ນ ຄ່າບໍລິການລົງຈອດ ແລະ ຄ່າບໍລິການພາກພື້ນດິນ ໃຫ້ກັບບັນດາສາຍການບິນຈົນກວ່າສະໜາມບິນຫຼວງນໍ້າທາ ຈະກັບມາໃຊ້ການໄດ້ປົກກະຕິ.

ໃນນາມ ບໍລິສັດ ສະຫນາມບິນສາກົນບໍ່ແກ້ວ ພວກເຮົາຂໍເປັນກຳລັງໃຈໃຫ້ກັບປະຊາຊົນທີ່ປະສົບໄພ ຂໍໃຫ້ທຸກຄົນປອດໄພ ແລະ ຜ່ານພົ້ນເຫດການຄັ້ງນີ້ໄປໄດ້ດ້ວຍດີ.

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...