spot_img
Homeຂ່າວພາຍ​ໃນລາວ-ກຳປູເຈຍ ພົບປະແລກປ່ຽນ ວຽກງານກວດກາລັດ-ຕ້ານການສໍ້ລາດບັງຫຼວງ

ລາວ-ກຳປູເຈຍ ພົບປະແລກປ່ຽນ ວຽກງານກວດກາລັດ-ຕ້ານການສໍ້ລາດບັງຫຼວງ

Published on

ກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງ ລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະອານາຈັກ ກຳປູເຈຍ ຈັດຂຶ້ນໃນວັນທີ 3 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ຝ່າຍລາວນຳໂດຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສ, ປະທານອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມ ດ້ວຍຄະນະ.

May be an image of 1 person and text

ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະ ອານາຈັກ ກຳປູເຈຍ ເຊິ່ງການພົບປະແລກປ່ຽນ ລະຫວ່າງ ສອງອົງການໃນຄັ້ງນີ້, ບໍ່ສະເພາະແຕ່ເປັນການຜັນຂະຫຍາຍບົດບັນ ທຶກການຮ່ວມມືສອງຝ່າຍທີ່ໄດ້ເຊັນຮ່ວມກັນ, ແຕ່ຍັງເປັນການປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດ.

ທ່ານຍັງໄດ້ສະເໜີສະພາບລວມຂອງ ສປປ ລາວ ແລະ ການເຄື່ອນໄຫວວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ສປປ ລາວ ໂດຍໄດ້ສຸມໃສ່ດໍາເນີນການຕິດຕາມ ການຄຸ້ມຄອງບໍລິຫານລັດ ແຕ່ລະຂັ້ນເປັນລະບົບ ແລະ ແຂງແຮງສົມຄວນ ເປັນຕົ້ນ ກວດກາບັນດາໂຄງການລົງທຶນຂອງລັດເຊິ່ງໃນໄລຍະຜ່ານມາ. ພ້ອມນັ້ນ, ກໍໄດ້ກວດກາການປະຕິບັດກົດໝາຍ, ລະບຽບການໃນການຄຸ້ມຄອງການຂຸດ ຄົ້ນຊັບ ພະຍາກອນ, ການຈັດຊື້ຈັດຈ້າງ ແລະ ການແກ້ໄຂຂໍ້ຂັດ ແຍ່ງຕ່າງໆ.

May be an image of 1 person and text

ຜ່ານການຕິດຕາມ ກວດກາ ເຫັນໄດ້ຄວາມຮັບ ຜິດ ຊອບຂອງບຸກຄົນ, ການຈັດຕັ້ງ ແລະ ໄດ້ນໍາສະເໜີ ໃຫ້ມີການປັບປຸງແກ້ໄຂຕາມແຕ່ລະບັນຫາ, ແຕ່ລະກໍລະນີທີ່ເກີດຂຶ້ນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້ ບົນພື້ນຖານນັ້ນໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫລວງ ຕໍ່ເຈົ້າໜ້າທີ່ລັດ ແລະ ບຸກຄົນກ່ຽວຂ້ອງກັບຄະດີສໍ້ລາດບັງຫລວງ ເພີ່ມຂຶ້ນຫລາຍ. ສະເພາະແຕ່ຕົ້ນປີ 2024 ມານີ້ ໄດ້ດໍາເນີນການສືບສວນຕໍ່ເຈົ້າໜ້າທີ່ລັດທຸກລະດັບ 209 ຄົນ, ປະຕິບັດວິໄນທາງບໍລິຫານ 112 ຄົນ.

May be an image of 12 people and suit

ພ້ອມນີ້, ຫົວໜ້າຄະນະທັງສອງຝ່າຍ ກໍໍໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນໂດຍສະເພາະ ກ່ຽວ ກັບບັນຫາສິ່ງທ້າທາຍຕ່າງໆຕໍ່ການເຄື່ອນໄຫວວຽກວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫລວງ ແລະ ການໂຄສະນາບິດເບືອນຜ່ານສື່ສັງຄົມອອນລາຍ.

ຂ່າວ-ພາບ: ຕຸ່ນາ ເລົ່າຖາວອນ, ວສລ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...