spot_img
Homeຂ່າວພາຍ​ໃນມອບຮັບ ລົດໃຫຍ່- ອຸປະກອນ ຈາກກະຊວງ ປກສ ຫວຽດນາມ ແກ່ ສປປ ລາວ

ມອບຮັບ ລົດໃຫຍ່- ອຸປະກອນ ຈາກກະຊວງ ປກສ ຫວຽດນາມ ແກ່ ສປປ ລາວ

Published on

ໃນວັນທີ 27 ສິງຫາທີ່ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໄດ້ມອບພາຫະນະ ແລະ ອຸປະກອນວິຊາສະເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ເພື່ອຮັບໃຊ້ເຂົ້າໃນການປະຕິບັດວຽກປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 – 45 ແລະ ກອງປະຊຸມອື່ນໆທີ່ປິ່ນປອ້ອມໃນ ປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

May be an image of 2 people, speaker, dais and text

May be an image of car, road and text

ພາຫະນະທີ່ມອບໃນຄັ້ງນີ້ມີ ລົດໃຫຍ່ 5 ຄັນ ແລະ ອຸປະກອນວິຊາສະເພາະຈຳນວນໜື່ງ. ກ່າວມອບໂດຍ ພົທ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ກ່າວຮັບໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...

ອັບເດດຍອດຜູ້ເສຍຊີວິດ ຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາ

ອີງຕາມສື່ທາງການຂອງປະເທດມຽນມາລາຍງານໃນວັນທີ 17 ກັນຍາ 2024 ນີ້ກ່ຽວກັບເຫດການໄພພິບັດນ້ຳຖ້ວມຮຸນແຮງໃນມຽນມາ ໂດຍມີຄົນຄົນເສຍຊີວິດຢ່າງນ້ອຍ 226 ຄົນ ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ໂດຍສາເຫດຂອງນ້ຳຖ້ວມມາຈາກຝົນທີ່ຕົກໜັກຈາກອິດທິພົນຂອງພາຍຸໝຸນເຂດຮ້ອນ ຢາກິ ທີ່ພັດເຂົ້າຖະຫຼົ່ມໃນພາກກາງຂອງປະເທດມຽນມາ. ຕາມການລາຍງານຂອງໜັງສືພິມຂອງລັດຖະບານມຽນມາລະບຸວ່າ: ຕອນນີ້ຍັງມີຜູ້ຄົນຫາຍສາບສູນ 77...

ໂຮງຮຽນ 50 ແຫ່ງ ພ້ອມຄູ-ນັກຮຽນເກືອບ 6 ພັນຄົນ ຮັບຜົນກະທົບຈາກນໍ້າຖ້ວມຫຼວງນໍ້າທາ

ພາຍຫຼັງໄດ້ເກີດສະພາບອາກາດປ່ຽນແປງ ມີພະຍຸລົມແຮງ (ພະຍຸໄຕ້ຝຸ່ນ ຢາກິ) ເຮັດໃຫ້ເກີດມີຝົນຕົກຫຼາຍໃນອາທິດທີ່ຜ່ານມາ ໂດຍສະເພາະແມ່ນໃນແຂວງຫຼວງນໍ້າທາ ຈຶ່ງເຮັດໃຫ້ເກີດຄວາມເສຍຫາຍສົມຄວນຕໍ່ອາຄານໂຮງຮຽນ ທີ່ຕັ້ງຢູ່ພາຍໃນເມືອງຫຼວງນໍ້າທາ ຊຶ່ງມີໂຮງຮຽນ ຈໍານວນ 50 ແຫ່ງ ພ້ອມຄູອາຈານ ແລະ...

ພະແນກສຶກສາ-ກິລາ ຄຳມ່ວນ ແຈ້ງກຽມພ້ອມຮັບມືນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນເດືອນກັນຍາ-ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາ-ກິລາ ແຂວງຄຳມ່ວນ ລົງເມື່ອວັນທີ 17 ກັນຍາ 2024 ກ່ຽວກັບກະກຽມຄວາມພ້ອມຮັບມືກັບໄພພິບັດນໍ້າຖ້ວມທີ່ອາດຈະເກີດຂຶ້ນ ໃນເດືອນກັນຍາ-ຕຸລາ 2024 (ອ່ານລາຍລະອຽດແຈ້ງການລຸ່ມນີ້)