spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ບຸກຈັບ 2 ໜຸ່ມ ຊື້-ຂາຍໃບກະທ່ອມ

ເຈົ້າໜ້າທີ່ບຸກຈັບ 2 ໜຸ່ມ ຊື້-ຂາຍໃບກະທ່ອມ

Published on

ໃນທ້າຍອາທິດຜ່ານມາ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ໄດ້ນຳເອົາຜູ້ກະທຳຜິດຊື້-ຂາຍໃບກະທ່ອມ 2 ຄົນ ແລະ ຕຳນິວິຈານ, ໃສ່ຮ້າຍການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດ 1 ຄົນ, ມາສຶກສາອົບຮົມຢູ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ; ໂດຍການເຂົ້າຮ່ວມຂອງ ພັທ ສິງຄຳ ອຸດົມພອນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ, ມີຫົວໜ້າ-ຮອງໝວດ, ພະນັກງານວິຊາສະເພາະ ແລະ ພໍ່ແມ່ຜູ້ປົກຄອງພວກຖືກສຶກສາອົບຮົມ ເຂົ້າຮ່ວມ.

May be an image of 5 people, people studying and table

ພັທ ສິງຄຳ ອຸດົມພອນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 9 ສິງຫາ 2024 ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນ ຊື້-ຂາຍ, ມົ້ວສຸມນ້ຳກະທ່ອມ ຢູ່ຫ້ອງແຖວເຂດບ້ານທົ່ງໄຈ້ໃຕ້, ເມືອງ ແລະ ແຂວງຫຼວງນ້ຳທາ; ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງພື້ນທີ່ຕົວຈິ່ງ ພົບເຫັນໄວລຸ້ນ 2 ຄົນ ທີ່ເຊົ່າຫ້ອງແຖວນັ້ນ.

May be an image of 2 people, people studying and text

ຈຶ່ງໄດ້ຂໍອະນຸຍາດກວດກາ ແລ້ວພົບເຫັນຂອງກາງໃບກະທ່ອມ, ພ້ອມກັບນໍ້າຢາ ຈຳນວນ 22 ຊຸດ. ເຈົ້າໜ້າທີ່ຈຶ່ງໄດ້ນຳພວກກ່ຽວທັງ 2 ຄົນມາສອບສວນ ແລະ ພວກກ່ຽວໄດ້ໃຫ້ການວ່າ: ໃບກະທ່ອມດັ່ງກ່າວ ແມ່ນຂອງພວກກ່ຽວແທ້, ໄດ້ສັ່ງຊື້ທາງອອນລາຍ ແລະ ໄດ້ຝາກມາທາງບໍລິສັດຂົນສົ່ງແຫ່ງໜຶ່ງ ເພື່ອນຳມາຂາຍໃຫ້ກຸ່ມໄວລຸ້ນ (ຂາຍໄປແລ້ວ 3 ຊຸດ).

May be an image of 2 people and text

ພັທ ສິງຄຳ ອຸດົມພອນ ໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບເຫດການດັ່ງກ່າວ, ແມ່ນການເຄື່ອນໄຫວທີ່ລະເມີດຕໍ່ຄຳສັ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 006 ວ່າດ້ວຍການດຳເນີນຄະດີ ຕໍ່ການຜະລິດປຸງແຕ່ງ, ຄ້າ-ຂາຍ, ຈໍາໜ່າຍ, ມີໄວ້ຄອບຄອງ ແລະ ເສບ, ພືດມີສານເສບຕິດ ເຊັ່ນ: ໃບກະທ່ອມ, ນ້ຳກະທ່ອມ ຫຼື ສານລະເຫີຍ ທີ່ມີສານເສບຕິດ.ສະນັ້ນ, ຈຶ່ງໄດ້ສຶກສາອົບຮົມກ່າວເຕື່ອນ ໄວລຸ້ນ ແລະ ຜູ້ທີ່ມົ້ວສຸມດື່ມນໍ້າໃບກະທ່ອມ, ໃຫ້ຢຸດເຊົາພຶດຕິກຳດັ່ງກ່າວ ເຊິ່ງເປັນການສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ, ຜິດລະບຽບກົດໜາຍ ແລະ ລະເມີດຕໍ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

No photo description available.

ສຳລັບຜູ້ທີ່ວິຈານ, ໃສ່ຮ້າຍການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ຕຳຫຼວດ ແມ່ນໃຫ້ຢຸດເຊົົາການສ້າງຄວາມປັ່ນປວນໃຫ້ແກ່ສັງຄົມ ຮັບຮູ້ໃນທາງທີ່ຜິດ; ໃນນີ້, ກໍໄດ້ແນະນຳທາງຄອບຄົວ, ພໍ່-ແມ່ ຜູ້ປົກຄອງ ໃຫ້ເປັນເຈົ້າການຕິດຕາມກວດກາສຶກສາອົບຮົມລູກ, ຫຼານ ບໍ່ໃຫ້ເຂົາເຈົ້າໄປພົວພັນກັບສິ່ງເສບຕິດທຸກປະເພດ ແລະ ການໂຄສະນາບິດເບືອນຄວາມຈິງ, ຂັດຕໍ່ແນວທາງພັກ-ລັດ ຜ່ານສື່ອອນລາຍ.

ຂ່າວ: ປກສ ແຂວງຫຼວງນ້ຳທາ, ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...