spot_img
Homeຂ່າວຕ່າງປະເທດສະຫຼົດ! ອິນເດຍຖືກດິນຖະຫຼົ່ມເສຍຊີວິດຢ່າງນ້ອຍ 123 ຄົນ

ສະຫຼົດ! ອິນເດຍຖືກດິນຖະຫຼົ່ມເສຍຊີວິດຢ່າງນ້ອຍ 123 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 31 ກໍລະກົດ 2024 ກ່ຽວກັບເຫດການນ້ຳຖ້ວມຮຸນແຮງ ຫຼັງຝົນຕົກໜັກໃນພຶ້ນທີ່ທາງຕອນໃຕ້ຂອງປະເທດອິນເດຍ ເຮັດໃຫ້ດິນຖະຫຼົ່ມລົງມີຄົນເສຍຊີວິດຢ່າງນ້ອຍ 123 ຄົນ.

ຂະນະທາງເຈົ້າໜ້າທີ່ກູ້ໄພລົງພຶ້ນທີ່ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ທ່າມກາງສະພາບອາກາດທີ່ຮ້າຍແຮງ ທັງຝົນ ແລະ ລົມ ຫົນທາງບາງເສັ້ນຖືກຕັດຂາດ.

ຕາມການລາຍງານເຈົ້າໜ້າທີ່ໄດ້ໃຊ້ເຮືອຢາງ ແລະ ສາຍສະລິງ ເພື່ອຂົນຜູ້ປະສົບໄພ ເຊິ່ງຄາດວ່າມີປະມານ 350 ຄອບຄົວໄດ້ຮັບໃນພຶ້ນທີ່ທີ່ໄດ້ຮັບຜົນກະທົບ ໂດຍສ່ວນໃຫຍ່ເປັນປະຊົນຊົນໃນພຶ້ນທີ່ດັ່ງກ່າວ ແລະ ໄດ້ມີດິນຖະຫຼົ່ມ ລາຍຄົນໄດ້ນອນຢູ່ໃນເຕັ້ນຜັກຊົ່ວຄາວຈຶ່ງເຮັດບໍ່ສາມາດໝີອອກມາໄດ້ທັນ.

ທາງການຂອງອິນເດຍໄດ້ອົບພະຍົບປະຊາຊົນກວ່າ 3000 ໄປພັກຢູ່ສູນບັນເທົາທຸກກວ່າ 45 ແຫ່ງ ແຕ່ຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຫຼາຍຂຶ້ນ ເນື່ອງຈາກຍັງມີປະຊາຊົນອີກປະມານ 100 ຄົນຕິດຢູ່ໃນພຶ້ນທີ່ ທີ່ເຈົ້າໜ້າທີ່ກູ້ໄພບໍສາມາດເຂົ້າໄປໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...