spot_img
Homeຂ່າວພາຍ​ໃນໄດ້ 51 ຕື້ກວ່າກີບ ລາຍຮັບດ່ານສາກົນພູເກືອ

ໄດ້ 51 ຕື້ກວ່າກີບ ລາຍຮັບດ່ານສາກົນພູເກືອ

Published on

ແຫຼ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນທີ່ຜ່ານມາ, ບັນດາຂະແໜງການ-ໜ່ວຍງານທີ່ປະຕິບັດໜ້າທີ່ວຽກງານ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື, ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ບົນຫຼັກການສອດຄ່ອງກັບລະບຽບການ ແລະ ກົດໝາຍຂອງແຕ່ລະຂະແໜງການ, ການເກັບລາຍຮັບຂອງຂະແໜງການປະຈໍາດ່ານ ປະຕິບັດໄດ້ທັງໝົດ 51 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 47%.

May be an image of 1 person

ທ່ານ ພັນເອກ ໂພໄຊ ສຸລິວົງສາ ຫົວໜ້າຄະນະດ່ານສາກົນພູເກືອ ແຂວງອັດຕະປື ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສຳລັບວຽກງານການຕິດຕາມສິນຄ້າສົ່ງອອກ-ນໍາເຂົ້າ ໃນ 6 ເດືອນຜ່ານມາ ດ່ານສາກົນພູເກືອ ໄດ້ປະກອບເອກະສານ ໃຫ້ຜູ້ປະກອບການທີ່ສົ່ງອອກ ແລະ ນໍາເຂົ້າສິນຄ້າໄດ້ຫລາຍກວ່າ 2 ພັນຊຸດ, ຄິດເປັນມູນຄ່າ 110 ລ້ານກວ່າໂດລາສະຫະລັດ, ການສົ່ງອອກ-ນໍາເຂົ້າ ສິນຄ້າ ແມ່ນໄດ້ປະຕິບັດຕາມບົດບັນທຶກ ທີ່ສອງດ່ານພູເກືອ-ເບີອີ ໄດ້ເຊັນກັນໃນຜ່ານມາ ແລະ ປະຕິບັດຕາມສັນຍາການຄ້າຜ່ານແດນ ລະຫວ່າງສອງປະເທດ ແລະ ປະຕິບັດຕາມແຈ້ງການຂອງກະຊວງທີ່ກ່ຽວຂ້ອງ ແລະ ແຂວງ.

May be an image of road and text

ມີການກວດກາສິນຄ້າກ່ອນການສົ່ງອອກ ແລະ ນໍາເຂົ້າ ພ້ອມທັງໄດ້ມີການຢັ້ງຢືນຄວາມຖືກຕ້ອງ ຈາກຂະແໜງການ-ໜ່ວຍງານທີ່ປະຈຳຢູ່ດ່ານ, ຜ່ານການກວດກາຕົວຈິງ ໃນ 6 ເດືອນເຫັນວ່າ ສິນຄ້າທີ່ສົ່ງອອກ-ນໍາເຂົ້າແມ່ນຖືກຕ້ອງ ຕາມການອະນຸຍາດ ຂອງ ສປປ ລາວ ແລະ ມີຜູ້ມາໃຊ້ບໍລິການຜ່ານເຂົ້າ-ອອກດ່ານທັງໝົດ 133.859 ຄົນ ໃນນີ້, ຄົນແຈ້ງເຂົ້າເມືອງມີ 605.529 ຄົນ ຍິງ 103.447 ຄົນ, ເດັກ 2.941 ຄົນ ລວມມີ 45 ສັນຊາດ. ສ່ວນຄົນແຈ້ງອອກເມືອງ ມີ 606.330 ຄົນ ຍິງ 103.394 ຄົນ, ເດັກ 2.687 ຄົນ ລວມມີ 51 ສັນຊາດ. ສຳລັບພາຫານະເຂົ້າ-ອອກຜ່ານດ່ານ ມີ 803.198 ຄັນ, ມີ 3 ສັນຊາດ ໃນນີ້, ພາຫານະແຈ້ງເຂົ້າເມືອງ ມີ 402.811 ຄັນ, ພາຫານະແຈ້ງອອກເມືອງ ມີ 40.387 ຄັນ.

ຂ່າວ: ວັດທະນາ, ປະເທດລາວ

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...