spot_img
Homeຂ່າວພາຍ​ໃນຈັບກຸມຊາຍ ພ້ອມຢາບ້າ ແລະ ປືນລ່າເນື້ອ

ຈັບກຸມຊາຍ ພ້ອມຢາບ້າ ແລະ ປືນລ່າເນື້ອ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້, ແຂວງຫົວພັນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ບ້ານເມືອງພັດ, ເມືອງຊຳໃຕ້, ແຂວງຫົວພັນ ຈຶ່ງໄດ້ລົງກວດກາພິສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້.

ມາຮອດວັນທີ່ 17 ມິຖຸນາ ທີ່ຜ່ານມາ, ໄດ້ລົງຕິດຕາມເປົ້າໝາຍ, ຮອດເວລາ 9 ໂມງ 30 ນາທີ ໄດ້ພົບເຫັນທ້າວ ໄມໄຊ, ອາຍຸ 46 ປີ, ອາຊີບປະຊາຊົນ ຢູ່ບ້ານເມືອງພັດ, ເມືອງຊຳໃຕ້, ແຂວງຫົວພັນ, ຜູ້ກ່ຽວຍ່າງມາຕາມສາຍທາງລະຫ່ວາງ ຄຸ້ມພັດໃຕ້ ຫາ ຄູ້ມນາຊາງ, ບ້ານເມືອງພັດ ເມືອງຊຳໃຕ້, ແຂວງຫົວພັນ.ຈາກນັ້ນ, ເຈົ້າໜ້າທີ່ໄດ້ຂໍກວດຄົ້ນຕົວຜູ້ກ່ຽວ ພົບເຫັນຂອງກາງຢາເສບຕິດ(ປະເພດຢາບ້າ) ຈຳນວນ 40 ເມັດຊຸກເຊື່ອງໄວ້ໃນຖົງໂສ້ງຂອງຜູ້ກ່ຽວ. ຫຼັງຈາກນັ້ນ, ກໍໄດ້ເຂົ້າກວດຄົ້ນເຮືອນ ຂອງຜູ້ກ່ຽວ ພົບເຫັນຢາເສບຕິດ(ປະເພດຢາບ້າ)ຈຳນວນ 42 ເມັດ ອາວຸດລ່າເນື້ອຈຳນວນ 2 ກະບອກ(ປືນຍິງລູກແມັກ 1 ກະບອກ, ປືນອັງໂກນ 1 ກະບອກ).

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສະລະພາບວ່າ: ຢາເສບຕິດຈຳນວນ ດັ່ງກ່າວ, ພ້ອມປືນ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນ ແມ່ນຂອງຜູ້ກ່ຽວແທ້, ເຊິ່ງຢາເສບຕິດແມ່ນຊື້ມາໄວ້ເພື່ອເສບ ແລະ ຂາຍຍ່ອຍ, ຈາກນັ້ນເຈົ້າໜ້າທີ່ໄດ້ນຳສົ່ງຜູ້ກ່ຽວ ພ້ອມຂອງກາງ ໃຫ້ແກ່ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງ ຫົວພັນດຳເນີນຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ຂ່າວ ປກສ ແຂວງຫົວພັນ News

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...