spot_img
Homeຂ່າວຕ່າງປະເທດໄທສະຫຼອງ! ຜ່ານກົດໝາຍ ສົມລົດເທົ່າທຽມ ຢ່າງເປັນທາງການ

ໄທສະຫຼອງ! ຜ່ານກົດໝາຍ ສົມລົດເທົ່າທຽມ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ມິຖຸນາ 2024 ນີ້ວ່າ: ສະມາຊິກ ວຸດທິສະພາ ໄທ ເຫັນດີຮັບຮອງ ກົດໝາຍ “ສົມລົດເທົ່າທຽມ” ຂອງກຸ່ມຫລາກຫລາຍທາງເພດ LGBTQA+ ເຊິ່ງໄທເປັນປະເທດທຳອິດໃນອາຊຽນ, ເປັນປະເທດທີ 3 ໃນອາຊີ ແລະ ເປັນປະເທດທີ 37 ຂອງໂລກ, ທີ່ຮັບຮອງການແຕ່ງງານຂອງຄູ່ຮັກເພດດຽວກັນໃຫ້ຖືກຕ້ອງຕາມກົດໝາຍ ພາຍຫຼັງໄທຕ້ອງສູ້ຊົນມາດົນນານກວ່າ 20 ປີ.

ທ່ານ ສຸພະໄຊ ສົມຈະເລີນ ຮອງປະທານວຸດທິສະພາຄົນທີ 2 ເຮັດໜ້າທີ່ປະທານໃນກອງປະຊຸມ ເພື່ອພິຈາລະນາຮ່າງພຣະຣາຊະບັນຍັດ ແກ້ໄຂເພີ່ມປະມວນກົດໝາຍແພ່ງ ແລະ ພານິດ ຫລື ກົດໝາຍສົມລົດເທົ່າທຽມ ໄດ້ຮັບການພິຈາລະນາ ໂດຍມີຜູ້ລົງຄວາມເຫັນທັງໝົດ 152 ທ່ານ ແລະ ໄດ້ພິຈາລະນາມີຜູ້ເຫັນດີ 130 ທ່ານ ບໍ່ເຫັນດີ 4 ທ່ານ ແລະ ງົດອອກສຽງ 18 ທ່ານ.

ສຳລັບຮ່າງກົດໝາຍ ສົມລົດເທົ່າທຽມ ຕໍ່ຈາກນີ້ທາງວຸທິສະພາ ຈະສົ່ງໄປຫາທາງຄະນະລັດຖະມົນຕີ ຈາກນັ້ນນາຍົກລັດຖະມົນຕີຈະນຳຂຶ້ນສະເໜີຕໍ່ເຈົ້າຊີວິດ ໂດຍຈະມີຜົນບັງຄັບໃຊ້ຫຼັງກົດໝາຍປະກາດ ຫຼັງຈາກ 120 ວັນ, ນັບວ່າເປັນການປະກາດຜົນສຳເລັດຂອງປະເທດໄທ ທີ່ສາມາດຜ່ານຮ່າງກົດໝາຍ ການສົມລົດແບບເທົ່າທຽມ ຂອງກຸ່ມຫລາກຫລາຍທາງເພດ LGBTQIA+.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...