Homeຂ່າວສະພາບອາກາດພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 14/06/2024 ເຖິງເວລາ 12 ໂມງຂອງວັນທີ 15/06/2024

ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 14/06/2024 ເຖິງເວລາ 12 ໂມງຂອງວັນທີ 15/06/2024

Published on

ຄວາມກົດດັນອາກາດຕໍ່າ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເຫນືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 31 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ 24.5/32.0 ບໍ່ມີຝົນຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. 00.4 ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ບໍ່ມີຝົນຕົກ ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 26 – 35 ອົງສາ.

ພາກກາງ: ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ບໍ່ມີຝົນຕົກ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 25 – 36 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນ ບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.

ພາກໃຕ້: ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ບໍ່ມີຝົນຕົກ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 35% ຂອງພາກ. ບໍ່ມີຝົນຕົກ ອຸນຫະພູມໃນລະຫວ່າງ 26 – 37 ອົງສາ.

ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ບໍ່ມີຝົນຕົກ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ບົດຄວາມຫຼ້າສຸດ

ລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ.

ໃນວັນທີ 21 ກໍລະກົດ2026, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ...

ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້.  ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ...

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20...

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...