spot_img
Homeຂ່າວຢາເສບຕິດປກສ ແຂວງໄຊຍະບູລີ ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມດື່ມນໍ້າກະທ່ອມ

ປກສ ແຂວງໄຊຍະບູລີ ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມດື່ມນໍ້າກະທ່ອມ

Published on

ວັນທີ 4 ມິຖຸນາ 2024, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມດື່ມນໍ້າກະທ່ອມ ຈຳນວນ 11 ຄົນ, ຍິງ 4 ຄົນ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງນໍາໄປສຶກສາອົບຮົມ ແລະ ຕິດຕາມຢ່າງໃກ້ຊິດ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາດື່ມນໍ້າກະທ່ອມຕື່ມອີກ, ຖ້າຫາກຍັງມີການເຄື່ອນໄຫວອີກ ຈະໄດ້ດຳເນີນຄະດີ ແລະ ປັບໃໝຕາມລະບຽບຢ່າງເຂັ້ມງວດ.

ພັນຕີ ວິໄລເພັດ ພັນນຸຮັກ ຮອງຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ເນັ້ນໃຫ້ກຸ່ມເປົ້າໝາຍດັ່ງກ່າວຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ຈໍາແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ່ອມ ທີ່ເປັນໄພຄຸກຄາມຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ພ້ອມອະທິ ບາຍຜົນຮ້າຍຂອງສານຕິດແຕ່ລະປະເພດ ໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ໄພອັນຕະລາຍຂອງສານເສບຕິດປະເພດຕ່າງໆ ແລ້ວ ພ້ອມກັນຫັນປ່ຽນພຶດຕິກຳໄປໃນທາງທີ່ຖືກຕ້ອງ.

ແຫຼ່ງຂ່າວ:  ປກສ ແຂວງໄຊຍະບູລີ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...