spot_img
Homeຂ່າວການພັດທະນາບົດລາຍງານການທົບທວນຫຼາຍມິຕິ ຂອງ ສປປ ລາວ

ບົດລາຍງານການທົບທວນຫຼາຍມິຕິ ຂອງ ສປປ ລາວ

Published on

ຕົ້ນທຶນມະນຸດ ແລະ ການເຕີບໂຕສີຂຽວແບບຍືນຍົງ: ສອງບູລິມະສິດໃນການປັບປຸງຮູບແບບການເຕີບໂຕເສດຖະກິດໃນອະນາຄົດຂອງ ສປປ ລາວ.

ໃນຕອນເຊົ້າ ຂອງວັນທີ 6 ມິຖຸນາ 2024 – ອີງຕາມບົດລາຍງານສະບັບໃໝ່ຂອງສູນພັດທະນາ OECD (ອົງການຮວ່ມມືເສດຖະກິດ ແລະ ການພັດທະນາ), ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ມີຜົນສໍາເລັດພົ້ນເດັ່ນຫຼາຍຢ່າງ ​ເຊິ່ງເປັນໝາກຜົນຂອງຂະບວນ​ການ​ພັດທະນາໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ສປປ ລາວ ກໍາລັງປະເຊີນກັບສິ່ງທ້າທາຍທີ່ຮຽກຮ້ອງໃຫ້ມີການຫັນປ່ຽນຈາກຮູບແບບການເຕີບໂຕທີ່ເນັ້ນການສົ່ງອອກວັດຖຸດິບເປັນຫຼັກ ໄປສູ່ຮູບແບບການພັດທະນາທີ່ທົ່ວເຖິງ ແລະ ຍືນຍົງກວ່າເກົ່າ ໂດຍໃຫ້ບູລິມະສິດການພັດທະນາທຶນມະນຸດ ແລະ ການເຕີບໂຕສີຂຽວ.

ບົດລາຍງານການທົບທວນຫຼາຍມິຕິ (MDCR) ຂອງ ສປປ ລາວ ທີ່ໄດ້ເປີດຕົວໃນມື້ນີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າທີ່ສຳຄັນທາງດ້ານການພັດທະນາຂອງ ສປປ ລາວ ເຊິ່ງໄດ້ຮັກສາອັດຕາການເຕີບໂຕຂອງເສດຖະກິດໃນອັດຕາສະເລ່ຍທີ່ສູງກວ່າ 7% ຕໍ່ປີ ລະຫວ່າງປີ 2000 ຫາ 2019, ຕົ້ນຕໍມາຈາກການສົ່ງອອກວັດຖຸດິບທີ່ເພີ່ມຂຶ້ນ ແລະ ການລົງທຶນຈາກຕ່າງປະເທດຈໍານວນຫຼາຍ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ໃນຂະແໜງໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ການຂົນສົ່ງ. ນອກ​ນີ້, ການໄຫຼເຂົ້າປະເທດຂອງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ເພີ່ມ​ຂຶ້ນຢ່າງໜ້າປະທັບໃຈ​ຈາກ 187.4 ລ້ານໂດລາສະຫະລັດ ​ໃນ​ປີ 2006 ເປັນ 1.69 ຕື້ໂດລາສະຫະລັດ ​ໃນ​ປີ 2017. ການຫຼຸດຜ່ອນຄວາມທຸກຍາກມີຄວາມຄືບໜ້າດີຫຼຸດລົງຈາກ 25% ຍັງເຫຼືອ 7% ແລະ ການເພີ່ມຂຶ້ນຂອງລາຍຮັບຄົວເຮືອນ ເຮັດໃຫ້ສາມາດບັນລຸຫຼາຍເປົ້າໝາຍການພັດທະນາທີ່ສໍາຄັນ ໂດຍສະເພາະຂະແໜງ ສຶກສາທິການ ແລະ ສາທາລະນະສຸກ.

ເຖິງວ່າການພັດທະນາ ໃນໄລຍະ 3 ທົດສະວັດທີ່ຜ່ານ ມີຜົນສຳເລັດຢ່າງຫຼວງຫຼາຍກໍ່ຕາມ, ແຕ່ປະຈຸບັນ ສປປ ລາວ ກໍາລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ເກີດຈາກຮູບແບບການພັດທະນາປະຈຸບັນ, ສົມທົບກັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ລາຄາອາຫານ ແລະ ພະລັງງານເພີ່ມຂຶ້ນ. ເຖິງວ່າການນໍາໃຊ້ແຫຼ່ງງົບປະມານຈາກການກູ້ຢືມເຂົ້າໃນການລົງທຶນຕ່າງໆ – ລວມທັງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) – ຊ່ວຍໃຫ້ເສດຖະກິດມີ​ການ​ເຕີບ​ໂຕກໍ່ຕາມ ແຕ່ການເກັບລາຍ​ຮັບກໍ່ຍັງຊັກຊາ ແລະ ​ບໍ່​ທັນ​ພຽງພໍ ສ້າງຄວາມທ້າທາຍໃນການແກ້ໄຂບັນຫາ​ໜີ້​ສິນທີ່ເພີ່ມຂຶ້ນ ​​ແລະ ຈຳກັດ​ຄວາມ​ສາ​ມາດ​ໃນ​ການ​ລົງ​ທຶນ​ໃນ​ການພັດທະນາ​ທຶນ​ມະ​ນຸດ.

ພ້ອມ​ກັນ​ນັ້ນ, ການ​ເຕີບ​ໂຕ ​ແລະ ການ​ລົງທຶນ​ໃນ​ໄລຍະ​ຜ່ານ​ມາ​ ​ສຸມ​ໃສ່ແຕ່ບາງຂະ​ແໜງ​ການ ​ແລະ ລັດ​ວິ​ສາ​ຫະກິດ (SOE) ຈໍານວນໜຶ່ງເທົ່ານັ້ນ, ແຮງງານຫຼາຍກວ່າ 90% ແມ່ນເຮັດວຽກຢູ່ໃນຂະແໜງການທີ່ມີການຈ້າງງານນອກລະບົບ, ແລະ ການພັດທະນາໃນໄລຍະຜ່ານມາ ອາໄສແຕ່ຂະແໜງຊັບພະຍາກອນທຳມະຊາດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຄວາມອຸດົມຮັ່ງມີທາງທໍາມະຊາດ: ການປົກຫຸ້ມຂອງປ່າໄມ້ຫຼຸດລົງເກືອບ 23% ນັບແຕ່ປີ 2000 ແລະ ບັນຫາມົນລະພິດທາງອາກາດໃນລະດັບສູງໃນປະຈຸບັນ.

ເພື່ອແກ້ໄຂສິ່ງທ້າທາຍດ້ານການພັດທະນາເຫຼົ່ານີ້, ບົດລາຍງານການທົບທວນຫຼາຍມິຕິ (MDCR) ຂອງ ສປປ ລາວ ສະເໜີວິທີການທີ່ສຸມໃສ່ການພັດທະນາທຶນມະນຸດ ແລະ ການເຕີບໂຕສີຂຽວແບບຍືນຍົງ ແລະ ຂໍ້ສະເໜີແນະທີ່ສໍາຄັນ ດັ່ງນີ້:

  • ຫຼຸດຜ່ອນໜີ້ສິນເພື່ອເພີ່ມສະພາບຄ່ອງດ້ານງົບປະມານ ແລະ ປັບປຸງປະສິດທິພາບການໃຊ້ຈ່າຍ, ລວມທັງດໍາເນີນການກວດສອບບັນດາໂຄງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ແລະ ລັດວິສາຫະກິດ (SOE) ໃນປະຈຸບັນ, ການປະຕິບັດເງື່ອນໄຂມາດຖານທີ່ເຂັ້ມງວດກ່ຽວກັບການລົງທຶນທີ່ລັດຖະບານຄໍ້າປະກັນໃຫ້, ແລະ ຈັດຕັ້ງປະຕິບັດການປະຕິຮູບຢ່າງເປັນຮູບປະທໍາໂດຍໄວ ໂດຍສະເພາະບັນດາລັດວິສາຫະກິດທີ່ມີຄວາມສ່ຽງສູງສຸດ.
  • ປະຕິຮູບລະບົບອາກອນເພື່ອເພີ່ມ​ລາຍ​ຮັບ ​ແລະ ຍົກສູງຄວາມ​ສາມາດດ້ານສ່ວຍສາອາກອນ ລວມທັງກໍາຈັດຄວາມບໍ່ສອດຄ່ອງຕ່າງໆ ແລະ ການຫັນປ່ຽນຈາກການລົງທຶນເນັ້ນໃສ່ແຕ່ຜົນກໍາໄລ ໄປສູ່ການລົງທຶນກະຕຸ້ນການຈ່າຍ. ປັບປຸງການດໍາເນີນງານທີ່ສອດຄ່ອງກັບການເກັບອາກອນລະດັບສາກົນ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງລາຍຮັບ.
  • ປັບປຸງການເຂົ້າເຖິງທີ່ດິນ, ພື້ນຖານໂຄງລ່າງການຂົນສົ່ງ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນຂອງຂະແໜງການເງິນ ເພື່ອດຶງດູດການລົງທຶນແບບຍືນຍົງ.
  • ເພີ່ມ​ທະວີ​ການ​ລົງທຶນ​ໃນ​ການ​ສຶກສາ, ການຝຶກອົບຮົມທັກ​ສະສີມື, ສາທາລະນະ​ສຸກ ​ແລະ ການ​ບໍລິການ​ສັງຄົມ.
  • ປັບປຸງການເກັບກຳຂໍ້ມູນ ແລະ ຂີດຄວາມສາມາດຂອງສະຖາບັນເພື່ອເຂົ້າເຖິງການເງິນສີຂຽວ ແລະ ວຽກງານການປ່ຽນແປງດິນຟ້າອາກາດ ເຊິ່ງເປັນຂົງເຂດທີ່ ສປປ ລາວ ມີທ່າແຮງທີ່ຍັງບໍ່ໄດ້ນໍາໃຊ້.
  • ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການຈັດຕັ້ງປະຕິບັດ, ປັບປຸງການກໍານົດ ແລະ ແບ່ງຄວາມຮັບຜິດຊອບທີ່ຊັດເຈນ ແລະ ການປັບປຸງປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງຂອງການພັດທະນາ.

ໃນໄລຍະຜ່ານມາ, ສູນພັດທະນາ OECD ໄດ້ໃຫ້ການຊ່ວຍເຫຼືອຫຼາຍກວ່າ 28 ປະເທດ ເພື່ອສ້າງMCDR ໃຫ້ເປັນເຄື່ອງມືຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາແຫ່ງຊາດ ແລະ ຍຸດທະສາດການເງິນຕ່າງໆ. ສໍາລັບ ສປປ ລາວ, MDCR ໄດ້ຊ່ວຍກໍານົດບູລິມະສິດ ການເຂົ້າເຖິງການເງິນທີ່ຍືນຍົງ ແລະ ການເຕີບໂຕສີຂຽວ, ທີ່ມີ ຄວາມສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຍຸດທະສາດການເງິນ ເພື່ອ ສະຫນັບສະຫນູນການຈັດຕັງປະຕິບັດແຜນການ 5 ປີ ຄັ້ງທີ IX.

MDCR ໄດ້ຮັບການສະຫນັບສະຫນູນຈາກ ສູນພັດທະນາ OECD ແລະ ສະຫະພາບເອີຣົບ. ຈຸດປະສົງ ເພື່ອປະເມີນສະພາບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ແລະ ໃຫ້ຂໍ້ສະເຫນີດ້ານນະໂຍບາຍ ເພື່ອແກ້ໄຂຂໍ້ຈໍາກັດດ້ານການເງິນ ຮັບປະກັນການສະຫນອງທຶນແບບຍືນຍົງ ທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດການເງິນ ເພື່ອສະຫນັບສະຫນູນແຜນການ 5 ປີ ຄັ້ງທີ IX ໂດຍລົງເລິກ: 1) ການສ້າງລາຍຮັບງົບປະມານແບບຍືນຍົງ ຄຽງຄູ່ກັບການປັບປຸງນະໂຍບາຍດ້ານອາກອນ ແລະ ການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ, ແລະ 2) ການເຕີບໂຕສີຂຽວທີ່ເນັ້ນໃສ່ການຄຸ້ມຄອງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ແລະ ການຍົກລະດັບຂີດຄວາມສາມາດດ້ານສະຖິຕິສິ່ງແວດລ້ອມ ເພື່ອເຂົ້າເຖິງການ ເງິນສີຂຽວ ແລະ ແຫຼ່ງທຶນຮູບແບບໃຫມ່, ແນໃສ່ຮັບປະກັນການພັດທະນາຕາມທິດຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ ຄຽງຄູ່ກັບການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການບັນລຸເປົ້າຫມາຍການເຕີບໂຕສີຂຽວ ແລະ ເປົ້າຫມາຍການພັດທະນາແບບຍືນຍົງ.

ໃນພິທີເປີດ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ ເນັ້ນວ່າ: “ບົດລາຍງານ MDCR ມີຄວາມສໍາຄັນໃນການປະກອບສ່ວນຈັດຕັ້ງປະຕິບັດທ້າຍສະໄຫມ ແຜນການ 5 ປີ ຄັ້ງທີ IX ( 2021 – 2025 ) ເຊິ່ງຍັງມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ອັນເນື່ອງມາຈາກຜົນກະທົບທີ່ສະສົມຈາກການແຜ່ລະບາດຂອງພະຍາດ COVID-19, ວິກິດການທາງດ້ານເສດຖະກິດ ແລະ ການເງິນໃນຂອບ ເຂດທົ່ວໂລກ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດທີ່ນັບມື້ຮ້າຍແຮງ ບວກກັບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດການເງິນ ຂອງ ສປປ ລາວ ເຮັດໃຫ້ບາງຫນ້າວຽກມີຄວາມຄືບຫນ້າຊ້າ. ຜົນຂອງການທົບທວນຫຼາຍ ມິຕິຄັ້ງນີ້ ໄດ້ຊ່ວຍໃນການຄົ້ນຄວ້າ ແລະ ກໍານົດຂໍ້ສະເຫນີດ້ານນະໂຍບາຍຕ່າງໆທີ່ສໍາຄັນ ທີ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອເພີ່ມທະວີໂອກາດທາງດ້ານການເງິນ ແລະ ການລົງທຶນແບບຍືນຍົງ ໂດຍສະເພາະໃນຂະແຫນງກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ, ພະລັງງານສະອາດ ແລະ ການທ່ອງທ່ຽວ; ການເພີ່ມປະສິດທິພາບການເກັບລາຍຮັບອາກອນ ແລະ ການດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບ.

ປັດຈຸບັນ, ກະຊວງ ແຜນການແລະ ການລົງທຶນ ກໍາລັງສົມທົບກັບທຸກພາກສ່ວນກ່ຽວຂ້ອງກະກຽມການສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ຢ່າງເປັນຂະບວນຟົດຟື້ນ ເພື່ອຮັບປະກັນໃຫ້ແຜນການ 5 ປີ ຄັ້ງຕໍ່ໄປໄດ້ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ເສດຖະກິດ-ການເງິນຢ່າງມີຫມາກຜົນສູງ. ດັ່ງນັ້ນ, ໃນໄລຍະທ້າຍສະໄຫມຂອງແຜນການ 5 ປີ ຄັ້ງທີ IX ນີ້ ຈະໄດ້ສຸມ ແລະ ເລັ່ງທຸກຄວາມພະຍາຍາມ ເພື່ອເຮັດໃຫ້ຄາດຫມາຍສູ້ຊົນສາມາດບັນລຸໄດ້, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ສືບຕໍ່ປະກອບສ່ວນຢ່າງຫ້າວຫັນ ແລະ ຕັ້ງຫນ້າ ກໍຄືການຜັນຂະຫຍາຍຜົນ ຂອງການຄົ້ນຄວ້າຄັ້ງນີ້ ເຂົ້າໃນວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.”

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...