spot_img
Homeຂ່າວຕ່າງປະເທດໄວ້ອາໄລປະທານາທິບໍດີອີຣ່ານ ເສຍຊີວິດ

ໄວ້ອາໄລປະທານາທິບໍດີອີຣ່ານ ເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອວັນທີ 20 ພຶດສະພາທີຜ່ານມາ, ຜູ້ນຳສູງສຸດຂອງອີຣ່ານໄດ້ປະກາດໃຫ້ມີການໄວ້ອາໄລທົ່ວປະເທດເປັນເວລາ 5 ມື້, ຫຼັງຈາກໄດ້ຮັບການຢືນຢັນວ່າ ທ່ານປະທານນາທິບໍດີອີຣ່ານ ອິບຣາຮິມ ຣາອີຊີ ໄດ້ເສຍຊີວິດແລ້ວຈາກເຫດການຍົນເຮລິຄອບເຕີຕົກຕົກເມື່ອວັນອາທິດທີ່ຜ່ານມາ.

Reuters Iran's President Ebrahim Raisi attends a news conference in Tehran, Iran August 29, 2022.

ເຮລິຄອບເຕີລຳດັ່ງກ່າວແມ່ນປະທານນາທິບໍດີໄດ້ໂດຍສານໄປເພື່ອເປີດເຂື່ອນໃໝ່ທີ່ຊາຍແດນຕິດກັບອ່ເຊີໄບຈານ ແລະ ຫາຍສາບສູນໄປໃນວັນທີ 19 ພຶດສະພາທີ່ຜ່ານມາ, ຫຼັງຈາກເກີດເຫດການຂຶ້ນໄດ້ມີການນຳກຳລັງຂົ້າກວດສອບພື້ນທີ່ທີ່ຄາດວ່າ ເຮລິຄອບເຕີຕົກລົງໄປ, ຫຼັງຈາກນັ້ນກໍມີການຢັ້ງຢືນໃນວັນທີ 20 ພຶດສະພາທີ່ຜ່ານມາວ່າພົບຊາກເຮລິຄອບເຕີ ແລະ ລາຍງານວ່າຜູ້ໂດຍສານທັງໝົດແມ່ນເສຍຊີວິດ.ໃນຂະນະນີ້, ຍັງບໍ່ທັນມີການຢັ້ງຢືນແນ່ຊັດວ່າ ສາເຫດຂອງອຸບັດຕິເຫດຄັ້ງນີ້ຂຶ້ນເກີດຈາກຫຍັງ, ແຕ່ໃນຂະນະທີ່ເກີດເຫດພື້ນທີ່ບໍລິເວນຊາຍແດນຕິດກັບອາເຊີໄບຈານມີສະພາບອາກາດບໍ່ດີ ແລະ ມີໝອກໜາ.

ຂ່າວ: BBC

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...