spot_img
Homeຂ່າວພາຍ​ໃນຕົ້ນປີ 2024 ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ

ຕົ້ນປີ 2024 ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ

Published on

ອີງຕາມການລາຍງານຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 3 ເດືອນຕົ້ນປີນີ້ ຫຼື ໄຕມາດທໍາອິດຂອງ ປີ 2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2023.

อาจเป็นรูปภาพของ 1 คน, ภูเขา และ มาชูปิกชู

ຕົວເລກເປີດເຜີຍວ່າ ໃນໄລຍະດັ່ງກ່າວ ມີນັກທ່ອງທ່ຽວມາຈາກໄທ 347.595 ຄົນ, ຫວຽດນາມ 264.710 ຄົນ, ຈີນ 242.404 ຄົນ, ສ.ເກົາຫຼີ 105.642 ຄົນ, ອາເມຣິກາ 25.455 ຄົນ, ຝຣັ່ງ 20.339 ຄົນ, ອັງກິດ 14.2718 ຄົນ. ຣັດເຊຍ 11.805 ຄົນ ແລະ 9.523 ຄົນ ແມ່ນມາຈາກເຢຍລະມັນ.

May be an image of 6 people and twilight

ເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງ ກ່າວກັບວຽງຈັນທາຍວ່າ ນັກທ່ອງທ່ຽວເພີ່ມຂຶ້ນຍ້ອນວ່າ: ທາງການລາວ ໄດ້ເປີດຂະບວນການຢ້ຽມຢາມ ລາວ ປີ 2024 ແລະ ມີນັກທ່ອງທ່ຽວ ໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຫຼາຍຂຶ້ນ. ໂດຍເສັ້ນທາງລົດໄຟເປັນທ່າແຮງສໍາຄັນ ໂດຍຜ່ານແຂວງຫຼວງພະບາງ ແລະ ອຸດົມໄຊ ຊຶ່ງມີຫຼາຍສະຖານທີ່ ທີ່ມີຈຸດເດັ່ນທາງທຳມະຊາດອັນອຸດົມສົມບູນໃຫ້ນັກທ່ອງທ່ຽວສົນໃຈ.

ຂ່າວ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...