spot_img
Homeຂ່າວຄວາມສະຫງົບຈັບຕົວເປົ້າໝາຍຢາເສບຕິດ ພ້ອມຂອງກາງຢາບ້າ 30.000 ເມັດ

ຈັບຕົວເປົ້າໝາຍຢາເສບຕິດ ພ້ອມຂອງກາງຢາບ້າ 30.000 ເມັດ

Published on

ວັນທີ 5 ເມສາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກແຫຼ່ງຂ່າວວ່າ: ຈະມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດ ຢູ່ເຂດບ້ານມ່ວງສຸມ ເມືອງທ່າແຂກ ແຂວງຄຳມ່ວນຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງໄດ້ຈັດກຳລັງລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາ ແລະ ຕິດຕາມສະຖານທີ່ດັ່ງກ່າວ, ພໍຮອດເວລາປະມານ 12:20 ໂມງຂອງວັນດຽວກັນ ໄດ້ພົບເຫັນເປົ້າໝາຍ ຂັບຂີ້ລົດ ກະບະລີໂວ້ REVO ສີຂາວ ໝາຍເລກທະບຽນ ວຍ 9299 ກຳແພງນະຄອນ ວຍ 9299 ມາຕາມສາຍທາງເລກທີ 13 ໃຕ້ ມຸ້ງໜ້າໄປເຂດບ້ານມ່ວງສຸມ ເມືອງທ່າແຂກ ແຂວງຄຳມ່ວນ.

ເຈົ້າໜ້າທີ່ໄດ້ເຂົ້າປິດລ້ອມລົດຄັນດັ່ງກ່າວ ແລະ ກັກຕົວເປົ້າໝາຍໄດ້ 1 ຄົນ ພ້ອມທັງກວດຄົ້ນລົດຂອງຜູ້ກ່ຽວພົບເຫັນເຄື່ອງຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 15 ມັດ ເທົ່າກັບ 30.000 ເມັດ ທີ່ຜູ້ກ່ຽວຊຸກເຊື່ອງໄວ້ຢູ່ທາງໃນຝາຂ້າງທ້າຍລົດກະບະ ພ້ອມຢຶດລົດກະບະ ຄັນດັ່ງກ່າວ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ໂກ ລໍ່ ອາຍຸ 31 ປີ ຢູ່ບ້ານໂພນສະອາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜູ້ກ່ຽວຮັບສາລະພາບວ່າ ຢາບ້າທັງໝົດນັ້ນແມ່ນເປັນຂອງຜູ້ກ່ຽວແທ້ ແລະ ໄດ້ສັ່ງຊື້ນຳຜູ້ຮ່ວມຂະບວນການເພື່ອຈະນຳໄປ ຂາຍຢູ່ເຂດບ້ານ ມ່ວງສຸມ ເມືອງທ່າແຂກ ແຂວງຄຳມ່ວນ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...