spot_img
Homeຂ່າວພາຍ​ໃນຖະແຫຼງຜົນຂອງ ກອງປະຊຸມປະຈໍາເດືອນກຸມພາ 2024 ຂອງລັດຖະບານ.

ຖະແຫຼງຜົນຂອງ ກອງປະຊຸມປະຈໍາເດືອນກຸມພາ 2024 ຂອງລັດຖະບານ.

Published on

ວັນທີ 29 ກຸມພາ 2024, ລັດຖະບານ ໄດ້ຖະແຫລງ ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປັນປະທານ. ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນເຂົ້າໃສ່ຫລາຍຫົວຂໍ້ສໍາຄັນໂດຍສະເພາະວຽກງານພົ້ນເດັ່ນຂອງລັດຖະບານປະຈຳເດືອນກຸມພາ ແລະ ທິດທາງແຜນການປະ ຈຳເດືອນມີນາ 2024; ແຜນວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຮອດປີ 2025; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ພ້ອມທັງເຫັນດີຮັບຮອງເອົາຮ່າງກົດໝາຍ ແລະ ດຳລັດສະບັບປັບປຸງ 5 ສະບັບ ແລະ ເຫັນດີຮັບຮອງເອົາການສ້າງຮ່າງກົດໝາຍແລະດຳລັດໃໝ່ 2 ສະບັບ.

ສຳລັບແຜນວຽກຈຸດສຸມໃນເດືອນມີນາທີ່ຈະມາເຖິງນີ້ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ;

ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃນນີ້ສຸມໃສ່ການຜະລິດເພື່ອທົດແທນການນຳເຂົ້າ; ສົ່ງເສີມການປະຢັດພະລັງງານ ເຊັ່ນ: ການນໍາໃຊ້ໄຟຟ້າແສງຕາເວັນໃນຄົວເຮືອນ ແລະ ການຜະລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ, ສຸມໃສ່ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ;

ສໍາລັບຂົງເຂດ ພະລັງງານ ແລະ ບໍ່ແຮ່: ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ, ສືບຕໍ່ຄົ້ນຄວ້າກຳນົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ໃນຕໍ່ໜ້າໃຫ້ມີຄຸນນະພາບ;

ຂົງເຂດ ທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນຢ່າງໃກ້ຊິດ, ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິກຳທີ່ມີແລ້ວອັນໃດທີ່ເຮັດໄດ້ດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງກໍໃຫ້ປັບປຸງແກ້ໄຂຄືນ; ຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກໍາ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດມາຂາຍໃຫ້ທະນາຄານ;

ສ່ວນຂົງເຂດ ອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ ເປັນຕົ້ນມາດຕະການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ, ເລັ່ງສ້າງດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ໃຫ້ສໍາເລັດໄວ;
ຂົງເຂດ ໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງທີ່ເປ່ເພໃຫ້ສໍາເລັດໄວ ເພື່ອແກ້ໄຂການເດີນທາງສັນຈອນຂົນສົ່ງສິນຄ້າ, ການເດີນທາງທ່ອງທ່ຽວໃຫ້ມີຄວາມສະດວກ, ທັງຮີບຮ້ອນມອບໂອນວຽກສ້ອມແປງທາງຫລວງ ແລະ ງົບປະມານສ້ອມແປງ ໃຫ້ອົງການປົກຄອງທ້ອງຖິ່ນຄຸ້ມຄອງ;

ຂົງເຂດ ກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ;

ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໃຫ້ມີຕົວເລກຄືບໜ້າເພີ່ມຂຶ້ນເພື່ອກ້າວໄປເຖິງການບັນລຸຕົວເລກຄາດໝາຍ, ສືບຕໍ່ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນ ຢູ່ແຕ່ລະທ້ອງຖິ່ນ;

ຂົງເຂດວຽກງານວັດທະນະທໍາ-ສັງຄົມ: ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ; ສືບຕໍ່ຕິດຕາມຄຸ້ມຄອງບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ເດີນທາງກັບເຂົ້າປະເທດຜ່ານດ່ານຕ່າງໆ ແບບບໍ່ຖືກກົດໝາຍ, ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳ ໃຫ້ກ້າວໜ້າ ແລະ ເປັນລະບົບ; ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງຄັດ ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ;

ວຽກງານການຕ່າງປະເທດ: ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ລັດຖະບານ ຕ້ອງໄດ້ໃຫ້ທັດສະນະ ຫລື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນໍາໃຫ້ທັນການ; ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ, ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...