spot_img
Homeຂ່າວພາຍ​ໃນເປີດພິພິຕະພັນ ຊີວະນາໆພັນ ນໍ້າກັດຢໍລະປາ

ເປີດພິພິຕະພັນ ຊີວະນາໆພັນ ນໍ້າກັດຢໍລະປາ

Published on

ວັນທີ 24 ກຸມພາທີ່ຜ່ານມາ ທີ່ນໍ້າກັດຢໍລະປາ ແຂວງອຸດົມໄຊ, ໄດ້ມີພິທີເປີດພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ໂດຍການເຂົ້າຮ່ວມຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີແຂກຖືກເຊີນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ໃນພິທີດັ່ງກ່າວຜູ້ເຂົ້າຮ່ວມໄດ້ຮັບຟັງປະຫວັດຄວາມເປັນມາຂອງພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ຈາກທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ຮັບຟັງຄວາມເປັນມາຂອງວຽກງານຄົ້ນຄວ້າກ່ຽວກັບ ງູ-ສັດເລືອຄານ ແລະ ຄວາມເປັນມາຂອງວຽກງານຄົ້ນຄວ້າກ່ຽວກັບພັນດອກໄມ້ຈາກ ຊ່ຽວຊານ.

May be an image of 7 people and text

ພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ສ້າງຂຶ້ນເພື່ອເປັນບ່ອນອະນຸລັກຟື້ນຟູທຳມະຊາດ ແລະ ສຶກສາຄົ້ນຄວ້າ, ຮວບຮວມເອົາຊີວະນາໆພັນຢູ່ໃນເຂດອານຸລັກສາຍນໍ້າຕິດພັນກັບການທ່ອງທ່ຽວທາງທຳມະຊາດ ໃນອະນາຄົດ, ເພື່ອບັນລຸ 3 ເປົ້າໝາຍຕາມແຜນການພັດທະນາຄື: ວຽກງານອະນຸລັກ, ຟື້ນຟູຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສຶກສາຄົ້ນຄວ້າຊີວະນາໆພັນ, ທັງເປັນການສ້າງວຽກເຮັດງານທໍາ, ສ້າງສີມືແຮງງານໃຫ້ຄົນໃນທ້ອງຖິ່ນຕິດພັນກັບການອະນຸລັກວັດທະນາທຳ, ຮີດຄອງປະເພນີຂອງຊົນເຜົ່າ ແລະ ວຽກງານສ້າງຜະລິດຕະພັນ(ກິດຈະກໍາທ່ອງທ່ຽວທຳມະຊາດ ສະຖານທີ່ພັກແຮມ ແລະ ອົງປະກອບການບໍລິການຕ່າງໆທີ່ປິ່ນອ້ອມ, ກິດຈະກຳທ່ອງທ່ຽວວັດທະນາທຳ, ຮີດຄອງ ຂອງຊົນເຜົ່າ, ກິດຈະກຳທ່ອງທ່ຽວໃນຮູບແບບສຶກສາຄົ້ນຄວ້າຊີວະນາໆພັນ).

No photo description available.

ໂອກາດນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ມີຄຳເຫັນຍ້ອງຍໍຊົມເຊີນຕໍ່ຜູ້ພັດທະນາໂຄງການ ແລະ ຊ່ຽວຊານຄົ້ນຄວ້າຊີວະນາໆພັນ, ຄວາມອຸດົມສົມບູນຂອງຊີວະນາໆພັນໃນປ່າແມ່ນມໍລະດົກທາງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອັນລຳ້ຄ່າຂອງແຂວງອຸດົມໄຊກໍຄືຂອງປະເທດເຮົາ ແລະ ຫວັງວ່າການລິເລີ່ມສຶກສາຄົ້ນຄວ້າ ແລະ ສ້າງພິພິຕະພັນນໍ້າກັດຢໍລະປາແຫ່ງນີ້ ຈະເປັນໜໍ່ແໜງທີ່ເປັນໂຕແບບໃຫ້ແກ່ການອານຸລັກ ແລະ ຮັກສາມໍລະດົກທາງທຳມະຊາດຂອງປະເທດຊາດເຮົາຕໍ່ໄປໃຫ້ອະນາຄົດ.

May be an image of text

ໂຄງການພັດທະນາ ພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ໄດ້ເລີ່ມສຶກສາຄົ້ນຄວ້າແຕ່ປີ 2016, ເປົ້າ ໝາຍການສຶກສາຄົ້ນຄວ້າ ເພື່ອສັງລວມເອົາຊີວະນາໆພັນ ທີ່ມີຢູ່ໃນເຂດອານຸລັກອ່າງໂຕ່ງຂອງສາຍນໍ້າກັດຕິດພັນກັບການສ້າງຜະລິດຕະພັນການທ່ອງທ່ຽວ ທາງທຳມະຊາດ. ປັດຈຸບັນສາມາດດຳເນີນການສຶກສາຄົ້ນຄວ້າຊີວະນາໆພັນໄດ້ແລ້ວ 4 ກຸ່ມຄື: ກຸ່ມງູ ແລະ ສັດເລືອຄານ ຈຳນວນ 60 ຊະນິດ, ກຸ່ມແມງກະເບື້ອ ແລະ ແມງໄມ້ມີ 260 ຊະນິດ, ກຸ່ມນົກ 114 ຊະນິດ ແລະ ກຸ່ມດອກໄມ້ປ່າມີ 68 ສາຍພັນ.

ຂ່າວ: ແສງອາທິດ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...