spot_img
Homeຂ່າວພາຍ​ໃນອຸທາຫອນ! ລູກກືນແຜງຢາລົງຄໍ

ອຸທາຫອນ! ລູກກືນແຜງຢາລົງຄໍ

Published on

ຈາກການແບ່ງປັນເລື່ອງລາວຂອງຜູ້ໃຊ້ເຟດບຸກທ່ານໜຶ່ງໄດ້ໂພສເຕືອນເພື່ອເປັນອຸທາຫອນໃຫ້ແກ່ພໍ່ແມ່ຜູ້ປົກຄອງທີ່ມີລູກນ້ອຍໃຫ້ມີສະຕິໃນການເບິ່ງແຍງລູກຫຼານຂອງທ່ານ, ເນື່ອງຈາກມີກໍລະນີເດັກນ້ອຍກືນແຜງຢາລົງຄໍ ແຕ່ໝໍສາມາດຊ່ວຍເອົາອອກໄດ້ທັນເວລາ. ເຊິ່ງເນື້ອໃນໂພສໄດ້ກ່າວວ່າ: ” ເປັນອຸທາຫອນເດີ້ພໍ່ໆແມ່ໆທຸກຄົນ, ມື້ນີ້ມີເດັກນ້ອຍອາຍຸພຽງແຕ່ 1 ປີ ໄດ້ຫຼິ້ນກັບອ້າຍໆສາມສີ່ຄົນ, ພໍ່ແມ່ຄາດສາຍຕາຄາວດຽວ, ເດັກໄດ້ກືນແຜງຢາລົງໄປ ເດັກມີອາການຫາຍໃຈຝືດເພາະແຜງຢາໄປຕັນຢູ່ຫຼອດລົມ ດີແຕ່ເພິ່ນພາມາໂຮງໝໍທັນ, ທີມງານແພດທາງໂຮງໝໍສາກົນ ປາກເຊ-ທັງຮົວ ໄດ້ເອົາອອກໃຫ້ທັນ ນໍ້າຕາຈົນໄຫຼນໍາດ້ວຍຄວາມອີ່ຕົນເພິ່ນ” .

ດັ່ງນັ້ນ, ຢາກຝາກເຕືອນພໍ່ແມ່ຜູ້ປົກຄອງຈົ່ງມີສະຕິ, ເອົາໃຈໃສ່ໃນການເບິ່ງແຍງລູກຫຼານຂອງທ່ານຢ່າງໃກ້ຊິດຍິ່ງຂຶ້ນ, ເພາະເຮົາບໍ່ອາດຮູ້ໄດ້ເລີຍວ່າຈະເກີດເຫດການບໍ່ຄາດຄິດ ຫຼື ອຸບັດຕິເຫດທີ່ເກີດຂຶ້ນໄດ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...