spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ທຳລາຍໝາກກະໂພກ

ເຈົ້າໜ້າທີ່ທຳລາຍໝາກກະໂພກ

Published on

ພັຕ ບຸນພອນ ຈິດຕະວົງ ຮອງຫົວໜ້າພະແນກຕຳຫຼວດເສດຖະກິດ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 8 ກຸມພາ ທີ່ຜ່ານມາ, ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງດີວ່າມີການຈັດສົ່ງໝາກກະໂພກຢູ່ຄິວລົດສາຍໃຕ້, ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາຕົວຈິງພົບເຫັນເປົ້າໝາຍ ລົດຮຸນໄດ ສີຟ້າ ໝາຍເລກທະບຽນ ອກ 0607, ເຈົ້າໜ້າທີ່ໄດ້ເຂົ້າກວດກາ, ຜ່ານການກວດກາພົບເຫັນໝາກກະໂພກຈຳນວນ 948 ກິໂລກຣາມ, ເຈົ້າໜ້າທີ່ໄດ້ກັກຕົວຄົນຂັບລົດ ເພື່ອສືບສວນສອບສວນ.

ມາຮອດວັນທີ 15 ກຸມພາທີ່ຜ່ານມາ ໄດ້ຈັດພິທີທຳລາຍໝາກກະໂພກຈຳນວນດັ່ງກ່າວ, ສ່ວນການດຳເນີນຄະດີເຈົ້າໜ້າທີ່ກຳລັງສືບຕໍ່ຂະຫຍາຍຜົນດຳເນີນຕາມຂັ້ນຕອນທາງກົດໝາຍ.

ສຸດທ້າຍນີ້ຢາກຝາກເຖິງພໍ່ແມ່ປະຊາຊົນຫ້າມຊື້-ຈຳໜ່າຍໝາກກະໂພກ, ຖ້າພົບເຫັນໃຫ້ຮີບແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສະກັດກັ້ນ, ເພາະບັນຫາກະໂພກນີ້ເປັນທາດລະເບີດ, ທາດແຕກ ເຮັດໃຫ້ຈະກໍ່ການເກີດອັກຄີໄພ ແລະ ມີຜົນເສຍຫາຍຕໍ່ສັງຄົມ.

ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...