spot_img
Homeຂ່າວພາຍ​ໃນສປ ຈີນ ເປັນຕະຫຼາດຫຼັກ

ສປ ຈີນ ເປັນຕະຫຼາດຫຼັກ

Published on

ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ, ແຂວງໄຊຍະບູລີໄດ້ກຳນົດສອງຍຸດທະສາດໃນການຜະລິດກະສິກໍາຄື:ຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານພາຍໃນ ແລະ ຜະລິດເປັນສິນຄ້າສົ່ງອອກ.ໃນນັ້ນຕະຫຼາດສົ່ງອອກຫຼັກແມ່ນຕະຫຼາດສປ ຈີນ ອັນໄດ້ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ສ້າງອາຊີບໃຫ້ປະຊາຊົນມີວຽກເຮັດງານທໍາ.

May be an image of 1 person, collard greens and grass

ທ່ານຫົວໜ້າພະແນກກະສິກໍາແລະປ່າໄມ້ກ່າວວ່າ: ມາຮອດປະຈຸບັນ, ແຂວງໄຊຍະບູລີໄດ້ຈັດສັນດິນກະສິກໍາສະເພາະໃນການຜະລິດເພື່ອຄໍ້າປະກັນດ້ານສະບຽງອາຫານພາຍໃນ ໂດຍເນັ້ນໃຫ້ປະຊາຊົນປູກຝັງ, ລ້ຽງສັດ ທົດແທນການນໍາເຂົ້າບາງພືດຜັກທີ່ຍັງບໍ່ສາມາດຜະລິດຕອບສະໜອງຕະຫຼາດພາຍໃນໄດ້ ປະກອບມີພືດຜັກ, ໝາກໄມ້ໃຫ້ໝາກໂດຍການສົ່ງເສີມຮູບແບບຈຸດສຸມ ເປັນໂຕແບບໃຫ້ບັນດາເມືອງ, ບ້ານ ແລະ ເລັ່ງໃສ່ສົ່ງເສີມຄອບຄົວໃຫ້ຜະລິດໄດ້ຕະຫຼອດປີ.

May be an image of collard greens

ສະເພາະການຜະລິດເປັນສິນຄ້າສົ່ງອອກ, ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ອີກວ່າ: ພວກເຮົາເຮັດວຽກຮ່ວມກັບຜູ້ປະກອບການ ອີງໃສ່ຕະຫຼາດ, ທ່າແຮງຂອງປະຊາຊົນທີ່ມີເງື່ອນໄຂການຜະລິດ ເຊິ່ງເລັ່ງໃສ່ພືດທີ່ໄດ້ອະນຸສັນຍາກັບປະເທດປາຍທາງທີ່ລັດຖະບານລາວໄດ້ເຊັນລວມມີ ສປ ຈີນ 30 ກວ່າລາຍການ, ໄທ 10 ກວ່າລາຍການ. ສໍາລັບພືດກະສິກໍາສິນຄ້າທີ່ສົ່ງໄປສປ ຈີນມີ 7 ຊະນິດ ທີ່ມີນັກລົງທຶນພາຍໃນແຂວງສົ່ງເສີມປະຊາຊົນປູກ ໃນນີ້ປະກອບມີມັນຕົ້ນ, ສາລີ, ໝາກເດືອຍ, ຊາແລະອື່ນໆ. ນອກນີ້, ຍັງມີການລົງທຶນຮູບແບບສໍາປະທານທີ່ດິນ 2+3 ປະຊາຊາຊົນເປັນແຮງງານ ແລະ ທີ່ດິນ, ນັກລົງທຶນຈີນເປັນຕະຫຼາດ, ເຕັກນິກ, ແລະ ລົງທຶນ ມີໝາກຖົ່ວຂຽວ, ຜັກສົດ ໝາກໂມ ແລະອື່ນໆ.

ຂ່າວຈາກ: CMG FM93

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...