spot_img
Homeນານາສາລະສັນຍານເຕືອນສ່ຽງເປັນພະຍາດເບົາຫວານ

ສັນຍານເຕືອນສ່ຽງເປັນພະຍາດເບົາຫວານ

Published on

ພະຍາດເບົາຫວານເປັນພະຍາດໜຶ່ງທີ່ຫຼາຍຄົນເປັນ, ເຊິ່ງອາດເກີດຈາກອາຫານການກິນໃນແຕ່ລະວັນ ຫຼື ເກີດຈາກກຳມະພັນ ແລະ ປັດໄຈຕ່າງໆທີ່ພາໃຫ້ເປັນພະຍາດດັ່ງກ່າວ, ມື້ນີ້ເຮົາມີ 5 ສັນຍານເຕືອນທີ່ບົ່ງບອກວ່າທ່ານເປັນພະຍາດເບົາຫວານມາກວດເບິ່ງນຳກັນເລີຍ.

1. ມີກິ່ນປາກ: ເກີດຈາກເຊື້ອແບັກທີເຣຍສະສົມໃນຊ່ອງປາກຫຼາຍກວ່າປົກກະຕິ ແລະ ຖືເປັນໜຶ່ງໃນສັນຍານບອກການເປັນພະຍາດຢ່າງໜຶ່ງບໍ່ວ່າຈະເປັນພະຍາດຕັບ, ໄຊນັສ, ການເຮັດວຽກຜິດປົກກະຕິຂອງລະບົບທາງເດີນອາຫານ(ກົດໄຫຼຍ້ອນ), ລວມໄປເຖິງພະຍາດເບົາຫວານເປັນຕົ້ນ.

2. ຮູ້ສຶກຫິວນໍ້າຕະຫຼອດ: ເນື່ອງຈາກກົນໄກຂອງການປັດສະວະຕາມປົກກະຕິຈະມີການດຶງເອົານໍ້າ ແລະ ນຳ້ຕານສ່ວນເກີນອອກຈາກຮ່າງກາຍ, ເຮັດໃຫ້ຜູ້ເປັນພະຍາດດັ່ງກ່າວມີອາການຫິວນໍ້າຕະຫຼອດ.

3. ມົດຕອມປັດສະວະ ຫຼື ມີອາການປັດສະວະຫຼາຍເທື່ອຜິດປົກກະຕິ: ເນື່ອງຈາກຮ່າງກາຍຈະດຶງເອົານຳ້ຕານສ່ວນເກີນອອກຈາກຮ່າງກາຍອອກມາທາງປັດສະວະ, ຫາກມີນໍ້າຕານຫຼາຍກໍຈະມີການປັດສະວະຫຼາຍເທື່ອ, ເຊິ່ງກໍລະນີມົດຕອມປັດສະວະກໍມີໂອກາດເກີດຂຶ້ນໄດ້.

4. ບາດແຜເຊົາຊ້າ: ມັກພົບໄດ້ຈາກຜູ້ທີ່ເປັນພະຍາດເບົາຫວານມາດົນ, ເກີດຈາກອາການເສັ້ນເລືອດຕີບ ແລະ ບໍ່ສາມາດເຂົ້າໄປຫຼໍ່ລ້ຽງໄດ້ພຽງພໍ, ເມື່ອເກີດບາດແຜບໍລິເວນຜິວໜັງຈະເຮັດໃຫ້ໃຊ້ເວລາດົນໃນການສະໝານບາດແຜ,ສ່ຽງຕໍ່ການຕິດເຊື້ອໄດ້ງ່າຍຂຶ້ນ.

5. ມີອາການຄັນຕາມຕົນຕົວ: ເນື່ອງຈາກເຫື່ອຖືກຂັບອອກມາມີປະລິມານຂອງນໍ້າຕານຂ້ອນຂ້າງຫຼາຍ, ຄົນທີ່ເປັນພະຍາດເບົາຫວານສ່ວນໃຫຍ່ຈຶ່ງມັກມີອາການຄັນຕາມຕົນຕົວ.

ຂໍ້ມູນ: paolohospital

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...