spot_img
Homeຂ່າວພາຍ​ໃນມວສ ມອບອຸປະກອນການຮຽນໃຫ້ໂຮງຮຽນ

ມວສ ມອບອຸປະກອນການຮຽນໃຫ້ໂຮງຮຽນ

Published on

ຄະນະສາທາລະນະສຸກສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ກະຊວງສາທາລະນະສຸກ, ພ້ອມດ້ວຍພະນັກງານຄູ-ອາຈານ, ນັກສຶກສາ ໄດ້ນໍາເອົາເຄື່ອງອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາໃນມູນຄ່າ 18.800.000 ກີບ ມອບໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານໃໝ່ນາຈະເລີນ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນວັນທີ 10 ກຸມພາຜ່ານມາໃຫ້ກຽດກ່າວມອບໂດຍທ່ານ ນາງ ວັນພະນອມ ສີຈະເລີນ ຄະນະບໍດີຄະນະສາທາລະນະສຸກສາດ ມວສ ກະຊວງສາທາລະ ນະສຸກ, ໃຫ້ກຽດກ່າວຮັບໂດຍທ່ານ ບຸນແຍງ ໄຊຍະວົງ ຜູ້ອໍານວຍການໂຮງຮຽນປະຖົມສຶກສາສົມບູນ ບ້ານໃໝ່ນາຈະເລີນ, ມີພະນັກງານຄູ-ອາຈານ, ນັກສຶກສາ ແລະ ນັກຮຽນເຂົ້າຮ່ວມ.

May be an image of 9 people and text

ຈຸດປະສົງຂອງການມອບເຄື່ອງໃນຄັ້ງນີ້ກໍເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນການຮໍ່າຮຽນ ແລະ ການເຄື່ອນໄຫວກິດຈະກໍາກິລາຂອງໂຮງຮຽນດັ່ງກ່າວ.

May be an image of 10 people and text

ສຳລັບເຄື່ອງທີ່ນໍາມາມອບປະກອບມີປື້ມແບບຮຽນວິຊາພາສາລາວປໍ1 ຫາ ປໍ 5 ຈໍານວນ 120 ຫົວ; ປື້ມແບບຮຽນວິຊາຄະນິດສາປໍ 1 ຫາປໍ 5 ຈໍານວນ 75 ຫົວ; ປື້ມແບບ ຮຽນວິຊາຄຸນສົມບັດປໍ 1 ຫາ ປໍ 5 ຈໍານວນ 95 ຫົວ; ປຶ້ມແບບຮຽນວິຊາສິ່ງແວດ ລ້ອມ ປໍ1 ຫາ ປໍ 5 ຈໍານວນ 75 ຫົວ; ປຶ້ມແບບ ຮຽນວິຊາພາສາອັງກິດ ປໍ4 ຫາ ປໍ5ຈໍານວນ 40 ຫົວ, ປື້ມແບບຮຽນວິຊາສັງຄົມສຶກສາ ປໍ4 ຫາ ປໍ 5 ຈໍານວນ 40 ຫົວ; ບິກ-ສໍດໍາ ພ້ອມດ້ວຍຊຸດກິລາເດັກ ນ້ອຍ, ບານເຕະ, ບານສົ່ງ, ກະຕໍ້ ແລະ ອື່ນໆ.

ຂ່າວ: ຍຸພິນທອງ (ຂໍ້ມູນ ຄະນະສາທາລະນະສຸກສາດ ມວສ)

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...