spot_img
Homeຂ່າວກິລາW.I.G NAGA ທີມບານເຕະເຍົາວະຊົນລາວ ເຮັດໄດ້ຕາມສັນຍາຄວ້າແຊັມລາຍການທີ່ ສປ ຈີນ

W.I.G NAGA ທີມບານເຕະເຍົາວະຊົນລາວ ເຮັດໄດ້ຕາມສັນຍາຄວ້າແຊັມລາຍການທີ່ ສປ ຈີນ

Published on

W.I.G NAGA U11 ທີມບານເຕະເຍົາວະຊົນລາວ ລົງສະໜາມ 9 ນັດຖະຫຼົ່ມ ຖະຫຼົ່ມ HI KICKER ເມື່ອວັນທີ 1 ກຸມພາ 2024 ເກັບເພີ່ມ 25 ຄະແນນຈາກ 9 ນັດ ຊະນະ 8 ແລະ ສະເໝີ 1 ລາຍການ Qinghai Guantang College Town-Flyin Cup ທີ່ນະຄອນຊຽງຫາຍ ແຂວງຫາຍໝານ ສປ ຈີນ ເຮັດໃຫ້ຄວ້າແຊັມໄປຄອງ ໂດຍມີຄະແນນເທົ່າກັບ Shanghai Yangpu ທີມແຊ້ມຈາກຊຽງໄຮ ແຕ່ຜົນປະຕູໄດ້ເສຍທີມຈາກລາວດີກວ່າ.

ທັບນັກກີລາ W.I.G NAGA ຈະເດີນທາງກັບມາ ສປປ ລາວ ໃນວັນທີ 2 ກຸມພາ 2024, ສໍາລັບ ລາຍການນີ້ມີ 10 ສະໂມສອນຊັ້ນນໍາເຂົ້າຮ່ວມ ໂດຍ W.I.G NAGA U11 ເປັນທີມດຽວຈາກ ສປປ ລາວ ແຂ່ງຂັນແບບພົບກັນໝົດ ທີມທີ່ໄດ້ຄະແນນຫຼາຍທີ່ສຸດໄດ້ແຊ້ມໄປ.

ຜົນງານຂອງ W.I.G NAGA U11 ມີຄື: ນັດທໍາອິດ ຊະນະ Hengjun ( ເຮັງເຈິ້ນ ) 8-1, ນັດທີ 2 ຊະນະ Mingguang 14 dragon ( ມິງກວາງ 14 ດຣາກ້ອນ ) 7-0, ນັດທີ 3 ຊະນະ Jinan F90 4-0, ນັດທີ 4 ສະເໝີ Shanghai Yangpu 0-0, ນັດທີ 5 Hainan Youth 1-11 W.I.G, ນັດທີ 6 Qionghai city 0-23 W.I.G, ນັດທີ 7 W.I.G NAGA 8-0 Harbor Star Flag, ນັດທີ 8 W.I.G NAGA 25-0 Qionghai United, ນັດທີ 9 W.I.G NAGA 5-1 HI KICKER.

ຂ່າວ: Larh Creators, ຮູບຈາກ: WIG NAGA

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...