spot_img
Homeຂ່າວພາຍ​ໃນເຊັນບົດບັນທຶກຄວາມເຂົ້າໃຈສໍາລັບໂຄງການ ຟື້ນຟູໜ້າທີ່ການຂັ້ນພື້ນຖານໃນຊຸມຊົນຢູ່ແຂວງຫົວພັນ ແລະ ຈໍາປາສັກ

ເຊັນບົດບັນທຶກຄວາມເຂົ້າໃຈສໍາລັບໂຄງການ ຟື້ນຟູໜ້າທີ່ການຂັ້ນພື້ນຖານໃນຊຸມຊົນຢູ່ແຂວງຫົວພັນ ແລະ ຈໍາປາສັກ

Published on

ໃນວັນທີ 17 ມັງກອນ2024,ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ກະຊວງສາທາລະນະສຸກ ຕາງໜ້າໂດຍ ສູນການແພດຟື້ນຟູໜ້າທີ່ການ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ສໍາລັບໂຄງການຟື້ນຟູໜ້າທີ່ການຂັ້ນພື້ນຖານໃນຊຸມຊົນໄດ້ຈັດຂຶ້ນທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຕາງໜ້າຝ່າຍລາວ ໂດຍທ່ານ ດຣ. ທອງເພັດ ສິດທິວັນ, ຫົວໜ້າສູນການແພດຟື້ນຟູໜ້າທີ່ການແລະ ທ່ານ ເຣເນຍ໌ ຄາຣາໄບ,ຜູ້ຈັດການປະຈໍາປະເທດລາວ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ປະຈໍາ ສປປ ລາວ. ໂດຍການເຂົ້າຮ່ວມຂອງທ່ານສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ. ພ້ອມດ້ວຍຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ຈາກແຂວງ ແລະ ເມືອງ ເປົ້າໝາຍຂອງໂຄງການ ເຊັ່ນ: ແຂວງ ຫົວພັນ ແລະ ຈຳປາສັກ.

ໂຄງການຟື້ນຟູໜ້າທີ່ການຂັ້ນພື້ນຖານໃນຊຸມຊົນໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ຂອງປະເທດລຸກຊໍາບວກ ໃນມູນຄ່າ 800,000 ເອີໂຣ ແລະ ມີໄລຍະເວລາຈັດຕັ້ງປະຕິບັດ ນັບແຕ່ມື້ທີ່ໄດ້ຮັບອະນຸມັດ ເຖິງ ວັນທີ 31 ທັນວາ 2027.ເຊິ່ງຈະຈັດຕັ້ງປະຕິບັດ ຢູ່15 ບ້ານ ໃນ 3ເມືອງ ຂອງ ແຂວງຫົວພັນ ຄື: ເມືອງຫົວເມືອງ, ຊໍາເໜືອ ແລະ ວຽງໄຊ, ແລະ 10ບ້ານ ໃນ 2 ເມືອງ ຂອງແຂວງຈຳປາສັກ ຄື: ນະຄອນປາກເຊ ແລະ ເມືອງບາຈຽງຈະເລີນສຸກ ມີຈຸດປະສົງ ເພື່ອຍົກລະດັບຄຸນນະພາບການບໍລິການດ້ານການແພດຟື້ນຟູໜ້າທີ່ການ ເພື່ອເຮັດໃຫ້ຄົນພິການສາມາດເຂົ້າເຖິງການບໍລິການທີ່ມີຄຸນນະພາບ ແນໃສ່ປັບປຸງປັບຊີວິດການເປັນຢູ່ຂອງຄົນພິການໃຫ້ດີຂຶ້ນ ແລະ ມີສ່ວນຮ່ວມໃນສັງຄົມ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...