ນັກທ່ອງທ່ຽວຕ່າງຊາດ ຖືກດຶງກະເປົ໋າ ຢູ່ເສັ້ນທາງໄປຖ້ຳປູຄຳ

0
5284

ໃນເວລາ: 10:30 ຂອງວັນທີ 2 ມັຝກອນ 2023, ເກີດເຫດໂຈນດຶງກະເປົ໋ານັກທ່ອງທ່ຽວ ທີ່ເຊົ່າລົດຖີບຂີ່ແບບຄອບຄົວ ໄປເສັ້ນທາງຖ້ຳປູຄຳ ເມືອງວັງວຽງ ແຂວງວຽງຈັນ.

ຕາມການລາຍງານຂອງນັກທ່ອງທ່ຽວໄດ້ລະບຸວ່າ: ມີໂຈນຜູ້ຊາຍ2ຄົນ ຂີ່ລົດຈັກສີດຳ ບໍ່ມີປ້າຍໄດ້ດືງກະເປົ໋າ ເຊິ່ງພາຍໃນກະເປົ໋າມີກ້ອງງຖ່າຍຮູບ, ມີເງິນ100$, ມີ 50€, ພັດສະປອດ 4ຄົນ ແລະ ບັດ ATM/2 ບັດ ເບື້ອງຕົ້ນທາງພະນັກງານໂຮງແຮມທີ່ນັກທ່ອງທ່ຽວໄດ້ເຂົ້າພັກ ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດແລ້ວ ແລະ ສຳລັບນັກທ່ອງທ່ຽວແມ່ນຢາກໄດ້ແຕ່ພັດສະປອດຄືນ.

ຂໍໃຫ້ທຸກໆຄົນຊ່ວຍກັນແຊຣເພື່ອຕາມຫາຜູ້ກໍເຫດມາລົງໂທດໃຫ້ໄດ້ ແລະ ຫວັງວ່າຈະບໍ່ເກີດເຫດການແບບນີ້ຂຶ້ນອີກ ເພາະປີນີ້ລາວເຮົາກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ ເມືອງວັງວຽງກໍເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ໂດຍມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ ທຳມະຊາດທາງດ້ານວັດທະນະທຳ ສະຖານທີ່ຕ່າງໆ ເພື່ອໃຫ້ເສດຖະກິດການທ່ອງທ່ຽວລາວຂະຫຍາຍເຕີບໃຫຍ່ຂຶ້ນ.

ທີ່ມາ: Hải Hardwell Hải