spot_img
Homeຂ່າວຕ່າງປະເທດເຈົ້າຂອງຫ້ອງເຊົ່າຕົກໃຈ! ເປີດຫ້ອງຜູ້ເຊົ່າພົບກອງຂີ້ເຫຍື້ອລົ້ນເກືອບຮອດເພດານຫ້ອງ

ເຈົ້າຂອງຫ້ອງເຊົ່າຕົກໃຈ! ເປີດຫ້ອງຜູ້ເຊົ່າພົບກອງຂີ້ເຫຍື້ອລົ້ນເກືອບຮອດເພດານຫ້ອງ

Published on

ຕາມການລາຍງານຂອງສື່ປະເທດໄທ ໃນວັນທີ 28 ພະຈິກ 2023 ນີ້ກ່ຽວກັບເລື່ອງລາວທີ່ເປັນກະແສໃນສື່ສັງຄົມອອນລາຍ ເມື່ອເຈົ້າຂອງຫ້ອງເຊົ່າແຫ່ງໜຶ່ງ ໄດ້ອອກມາເຜີຍແຜ່ພາບ: ຫ້ອງທີ່ເຕັມໄປດ້ວຍຂີ້ເຫຍື້ອສູງເກືອບຮອດເພດານ ແຖມຍັງພົບງູ, ໜູ ແລະ ໜອນ ພ້ອມລະບຸຂໍ້ຄວາມວ່າ: ລົບກວນໝູ່ເພື່ອນ ມີວິທີຊ່ວຍຈັດການກັບກິ່ນຂອງຂີ້ເຫຍື້ອແບບໃດແດ່ ເນື່ອງຈາກເປັນຫ້ອງຂອງຜູ້ເຊົ່າ.

ເຈົ້າຂອງຫ້ອງເຊົ່າ ທີ່ເປີດມາດົນກວ່າ 30 ປີ ໄດ້ເປີດເຜີຍວ່າ: ຫ້ອງທີ່ເກີດເຫດ ມີຜູ້ຍິງອາຍຸປະມານ 42 ປີ ມາເຊົ່າຢູ່ດົນກວ່າ 10 ປີໃນລາຄາເດືອນະ 1500 ບາດ ຫຼື ປະມານ 540,000 ກີບ, ເຊິ່ງຜູ້ເຊົ່າໄດ້ຈ່າຍຄ່າຫ້ອງຕາມກຳນົດທຸກເດືອນ, ຈົນໄລນະ 2 ປີ ຜ່ານມາ, ຜູ້ເຊົ່າຄົນດັ່ງກ່າວບໍ່ໄດ້ກັບມາອາໄສ ແຕ່ຍັງຄົງຈ່າຍຄ່າເຊົ່າເປັນປະຈຳທຸກເດືອນ ເຊິ່ງໃນເວລາທີ່ຕົນເອງອອກມາອະນາໄມບໍລິເວນໜ້າຫ້ອງກໍບໍ່ໄດ້ກິ່ນຫຍັງ.

ເຫດການດ່ັງກ່າວເກີດຂຶ້ນເມື່ອ 4 ເດືອນທີ່ຜ່ານມາ ຜູ້ເຊົ່າຫ້ອງຂ້າງໆໄດ້ມາແຈ້ງຄົນດູແລຫ້ອງເຊົ່າວ່າມີໜູແລ່ນອອກມາຈາກຫ້ອງ ເພື່ອຫາກິນ ແລະ ມີງູເລືອອອກມານຳອີກ ຈຶ່ງຕັດສິນໃຈຕັດກະແຈຫ້ອງອອກ ຈຶ່ງພົບກັບກອງຂີ້ເຫຍື້ອ ແລະ ກິ່ນເໝັນໄປທົ່ວບໍລິເວນ.

ເຈົ້າຂອງຫ້ອງໄດ້ເລົ່າຕໍ່ອີກວ່າ: ພໍ່ຂອງຜົວກັບຕົນເຖິງຂັ້ນຮ້ອງໃຫ້ເພາະທີ່ຜ່ານມາພົບເຫັນຈາກບ່ອນອື່ນ ບໍ່ຄິດວ່າຊິເກີດຂຶ້ນກັບໂຕເອງ ນອກຈາກນີ້ຕົນຍັງໄດ້ລົງທຶນຊື້ ຖົງເກັບຂີ້ເຫຍື້ອເກືອບ 3000 ບາດ ຫຼື ປະມານ 1 ລ້ານກີບມາເກັບຂີ້ເຫຍື້ອທີ່ຢູ່ໃນຫ້ອງ ແລະ ໄດ້ນັບລວມໄດ້ 250 ຖົງຂະໜາດໃຫຍ່.

ເລື່ອງລາວດັ່ງກ່າວໄດ້ເກີດຂຶ້ນທີ່ປະເທດໄທ ແຕ່ບໍ່ໄດ້ລະບຸສະຖານທີ່ຊັດເຈນ ພຽງແຕ່ຢາກອອກມາເຕືອນໃຫ້ເຈົ້າຂອງຫ້ອງເຊົ່າມີການກວດກາຄວາມສະອາດຢູ່ເປັນປະຈຳອາດຈະ 2 ເດືອນເທື່ອ 1 ເພື່ອບໍ່ໃຫ້ເກີດຄືກັບເຫດການຂ້າງເທິງນີ້.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...