Homeຂ່າວພາຍ​ໃນນຳໃຊ້ຕຳຫຼວດຈະລາຈອນ 497 ຄົນ ປະຈໍາຢູ່ຈຸດຕ່າງໆໃນໂອກາດບຸນທາດຫຼວງ ປະຈໍາປີ 2023

ນຳໃຊ້ຕຳຫຼວດຈະລາຈອນ 497 ຄົນ ປະຈໍາຢູ່ຈຸດຕ່າງໆໃນໂອກາດບຸນທາດຫຼວງ ປະຈໍາປີ 2023

Published on

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ນໍາໃຊ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທັງໝົດ 497 ຄົນ ປະຈໍາຢູ່ຈຸດຕ່າງໆ ທັງວົງໃນ ແລະ ວົງນອກ ເພື່ອອໍານວຍຄວາມສະດວກໃນການສັນຈອນໄປ-ມາຂອງພາຫະນະໃນໂອກາດບຸນທາດຫຼວງ ປະຈໍາປີ 2023 ຊຶ່ງຈະມີພິທີເປີດງານພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການໃນວັນທີ 23 ພະຈິກ ປີ 2023.

​ພັນໂທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 20 ພະຈິກນີ້ ວ່າ: ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ສົມທົບກັບກົມຕໍາຫຼວດຈະລາຈອນ ແລະ ຕໍາຫຼວດຈະລາຈອນ 9 ຕົວເມືອງ ປຶກສາຫາລືຮ່ວມກັນເພື່ອວາງແຜນ ແລະ ກໍານົດທິດທາງການສັນຈອນ ພ້ອມທັງຈັດກໍາລັງທັງໝົດ 497 ຄົນ ປະຈໍາຢູ່ບັນດາສາຍທາງ ແລະ ປ້ອມຍາມ ຊຶ່ງມີທັງໝົດ 124 ຈຸດ, ໃນນີ້ ເປັນຈຸດວົງໃນຢູ່ຕາມທາງຮ່ອມອ້ອມຮອບເດີ່ນພະທາດຫຼວງ 69 ຈຸດ, ຈຸດວົງນອກ 40, ຈຸດປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ 10 ຈຸດ, ປ້ອມປະຕູເຂົ້າ-ອອກເມືອງ ລະຫວ່າງແຂວງຕໍ່ແຂວງ 4 ປ້ອມ. ນອກຈາກນີ້ ໄດ້ຕັ້ງບູດໂຄສະນາເຜີຍແຜ່ກົດລະບຽບຈະລາຈອນພາຍໃນງານບຸນ 1 ບູດ.

​ນອກນີ້ ຍັງມີການຄອຍເຫດຕະຫຼອດ 24 ຊົ່ວໂມງ ພ້ອມທັງກະກຽມທີມລົດລາກແກ່ໄວ້ໃນກໍລະນີມີອຸບັດຕິເຫດ ລົດຕໍາກັນເກີດຂຶ້ນເພື່ອແກ້ໄຂຢ່າງທັນການ.

​ຫົວໜ້າພະແນກຕໍາຫລວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສໍາລັບການກວດກາທາດເຫຼົ້າ ແມ່ນຈະສຸ່ມກວດສະເພາະກໍລະນີສົງໃສເພາະຖ້າກວດໝົດທຸກຄັນຈະເຮັດໃຫ້ການສັນຈອນແອອັດ ແລະ ຊັກຊ້າ. ສ່ວນການປະຈໍາການ, ສະເພາະຢູ່ຈຸດສູນການຄ້າລາວ-ໄອເຕັກ ເຈົ້າໜ້າທີ່ໄປປະຈໍາໄດ້ 2 ມື້ແລ້ວ, ສ່ວນຢູ່ຈຸດທາດຫຼວງ ຈະເລີ່ມປະຈໍາການໃນວັນທີ 23 ພະຈິກນີ້. ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ ຫຼື ໄປຕາມເສັ້ນທາງການສັນຈອນທີ່ເຈົ້າໜ້າທີ່ກໍານົດໄວ້ ເພື່ອຮັບປະກັນຄວາມປອດໄພ ກໍຄື ຮັບປະກັນບໍ່ໃຫ້ມີສະພາບອຸບັດຕິເຫດເກີດຂຶ້ນ.
ທີ່ມາ: FM90

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...