spot_img
Homeຂ່າວທ້ອງຖິ່ນຂ່າວລືທີ່ໂຮງຮຽນປະຊາທິປະໄຕນະຄອນຫຼວງພະບາງຈະຂາຍໃຫ້ນາຍທຶນຈີນສ້າງໂຮງແຮມບໍ່ມີມູນຄວາມຈິງ

ຂ່າວລືທີ່ໂຮງຮຽນປະຊາທິປະໄຕນະຄອນຫຼວງພະບາງຈະຂາຍໃຫ້ນາຍທຶນຈີນສ້າງໂຮງແຮມບໍ່ມີມູນຄວາມຈິງ

Published on

ເຈົ້ານະຄອນ ຫຼວງພະບາງ ອອກໜັງສືລາຍງານ ກ່ຽວກັບ ສອບຖາມບັນຫາທີ່ສື່ສັງຄົມອອນລາຍເຟດບຸກ (facebook) ສ່ວນຕົວ (ອອກຊື່: Joseph Akaravong)ໂພສລົງ ກ່ຽວກັບ ໂຮງຮຽນປະຊາທິປະໄຕ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

ໃນນາມຕາງໜ້າອົງການປົກຄອງນະຄອນຫຼວງພະບາງ ຂໍຮຽນລາຍງານມາຍັງທ່ານ ກ່ຽວກັບ ຜົນການສອບຖາມບັນຫາທີ່ສື່ສັງຄົມອອນລາຍເຟດບຸກສ່ວນຕົວ (ອອກຊື່: Joseph Akaravong) ໂພສລົງ ກ່ຽວກັບ ໂຮງຮຽນ ປະຊາທິປະໄຕ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນຄັ້ງວັນທີ 14/11/2023 ເຊິ່ງໄດ້ໂພສຂໍ້ຄວາມວ່າ: “ໂຮງຮຽນມັດທະຍົມສົມບູນປະຊາທິປະໄຕຢູ່ຫຼວງພະບາງທີ່ສ້າງຂື້ນໃນປີ 1954 ປັດຈຸບັນ ລັດຖະບານໄດ້ຂາຍໃຫ້ ນາຍທຶນຈີນເອົາໄປເຮັດໂຮງແຮມແລ້ວ ນັບແຕ່ປີໜ້າຈະໄດ້ຍ້າຍໄປຮຽນຢູ່ບ່ອນອື່ນ” ທີ່ໄດ້ສ້າງຄວາມກັງວົນ ແລະ ຄວາມສົນໃຈຂອງຜູ້ຊົມໃຊ້ສື່ສັງຄົມອອນລາຍເປັນວົງກ້ວາງນັ້ນ ຄືດັ່ງນີ້:

  1. ກ່ຽວກັບ ໂຮງຮຽນປະຊາທິປະໄຕ ແມ່ນໂຮງຮຽນມັດທະຍົມສົມບູນທີ່ຂຶ້ນກັບການຄຸ້ມຄອງຂອງ ຫ້ອງການ ສຶກສາທິການ ແລະ ກິລານະຄອນຫຼວງພະບາງ, ແຂວງຫຼວງພະບາງ; ເປັນໂຮງຮຽນທີ່ເກົ່າແກ່ນອນຢູ່ໃນເຂດ ມໍລະດົກໂລກຫຼວງພະບາງ ແລະ ເປັນໂຮງຮຽນທີ່ມີມູນເຊື້ອ, ມີຊື່ສຽງຕໍ່ການສຶກສາຢູ່ແຂວງຫຼວງພະບາງ. ປັດຈຸບັນມີອາຄານທັງຫມົດ 5 ຫຼັງ ໃນນັ້ນອາຄານທີ່ຂຶ້ນບັນຊີມໍລະດົກໂລກຫຼວງພະບາງມີ 2 ຫຼັງ.
  2. ກ່ຽວກັບ ຂໍ້ຄວາມໂພສລົງເຟດບຸກຂ້າງເທິງນັ້ນ, ທາງອົງການປົກຄອງນະຄອນຫຼວງພະບາງ ໄດ້ສອບຖາມຕົວ ຈິງກັບການຈັດຕັ້ງຂອງ ໂຮງຮຽນປະຊາທິປະໄຕ, ຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະ ບາງ, ອົງການປົກຄອງບ້ານ ແລະ ພາກສ່ວນອື່ນໆທີ່ມີສ່ວນກ່ຽວຂ້ອງກັບໂຮງຮຽນດັ່ງກ່າວແລ້ວ ເຫັນວ່າບໍ່ມີ ມູນຄວາມຈິງຕາມຂໍ້ຄວາມທີ່ໄດ້ລົງເຟດບຸກດັ່ງກ່າວ. ເຊິ່ງທຸກພາກສ່ວນໄດ້ຢັ້ງຢືນວ່າ ບໍ່ເຄີຍມີເຈດຈໍານົງ, ບໍ່ເຄີຍມີແຜນ, ບໍ່ເຄີຍຕົກລົງໃຫ້ນັກລົງທຶນໃດໆມາຊື້ ຫຼື ເຊົ່າ ຫຼື ສໍາປະທານພື້ນທີ່ດັ່ງກ່າວ.
  3. ໃນໄລຍະຜ່ານມາ, ເນື່ອງຈາກໂຮງຮຽນດັ່ງກ່າວ ຢູ່ໃນເຂດມໍລະດົກໂລກ ແລະ ຂຶ້ນບັນຊີປົກປັກຮັກສາ, ເຊິ່ງເຫັນວ່າມີອາຄານຈໍານວນນຶ່ງມີການເປ່ເພຊຸດໂຊມ ບໍ່ຮັບປະກັບຄວາມປອດໄພໃນການຮຽນ-ການສອນຂອງ ໂຮງຮຽນ. ສະນັ້ນ, ທາງພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ ແລະ ໂຮງຮຽນປະຊາທິປະໄຕ ເຄີຍໄດ້ສົມທົບກັບ ຫ້ອງການມໍລະດົກໂລກຫຼວງພະບາງ ສ້າງແຜນສໍາຫຼວດອອກແບບເພື່ອບູລະນະສ້ອມແປງບາງອາຄານທີ່ເປ່ເພນັ້ນ ໂດຍສອດຄ່ອງກັບກົດລະບຽບຄຸ້ມຄອງການປຸກສ້າງຂອງມໍລະດົກໂລກຫຼວງພະບາງ ແຕ່ແຜນດັ່ງກ່າວກໍ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເທື່ອ.

ສະນັ້ນ, ໃນນາມອົງການປົກຄອງທ້ອງຖິ່ນ ກໍ່ຄື ຜູ້ຄຸ້ມຄອງໂຮງຮຽນປະຊາທິປະໄຕໂດຍກົງ ຈຶ່ງຂໍຢືນຢັນອີກເທື່ອໜຶ່ງ ຕໍ່ກັບຂໍ້ຄວາມການລົງເຟດບຸກດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງເປັນພຽງການສ້າງຂ່າວລືເພື່ອໃຫ້ສັງຄົມເກີດຄວາມສັບສົນ. 

ປັດຈຸບັນ ໂຮງຮຽນປະຊາທິປະໄຕ ກໍ່ຍັງເຄື່ອນໄຫວການຮຽນ-ການສອນປົກກະຕິ ແລະ ຈະສືບຕໍ່ປົກປັກຮັກສາໂຮງຮຽນໃຫ້ຍືນຍົງ.

ສໍາລັບວິທີການແກ້ໄຂຂ່າວລືດັ່ງກ່າວນັ້ນ ແມ່ນທາງອົງການປົກຄອງທ້ອງຖິ່ນພວກເຮົາ ຈະໃຫ້ພາກສ່ວນ ຮັບຜິດຊອບການອອກຂ່າວ ເປັນຜູ້ລົງຂ່າວທາງອອນລາຍ (ເຟດບຸກ) ຂອງນະຄອນຫຼວງພະບາງ, ຂອງແຂວງຫຼວງພະບາງ ແລະ ຂອງຂະແຫນງສຶກສາທິການ ຊີ້ແຈງໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖີງຕໍ່ກັບຄວາມເປັນຈິງຂອງເຫດການດັ່ງກ່າວນີ້.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...