spot_img
Homeຂ່າວພາຍ​ໃນລັດຕ້ອງມີນະໂຍບາຍທີ່ຖືກຕ້ອງ ແລະ ກົດໝາຍທີ່ຮັດກຸມ ເພື່ອສ້າງຄວາມເຊື້ອໝັ້ນໃຫ້ນັກລົງທຶນ

ລັດຕ້ອງມີນະໂຍບາຍທີ່ຖືກຕ້ອງ ແລະ ກົດໝາຍທີ່ຮັດກຸມ ເພື່ອສ້າງຄວາມເຊື້ອໝັ້ນໃຫ້ນັກລົງທຶນ

Published on

ໃນຕອນບ່າຍຂອງການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ພະຈິກ 2023, ພາຍຫຼັງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຮ່າງກົດໝາຍ ວ່າເຂດເສດຖະກິດພິເສດສະບັບສ້າງໃໝ່, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງກົງໄປກົງມາ ໂດຍສະເພາະ ທ່ານ ຄຳແສນ ສີສະວົງ ສສຊ ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ ມີນະໂຍບາຍ, ກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂ ໃຫ້ແກ່ການດຶງດູດນັກລົງທຶນ ຈາກ ທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ເຕັກໂນໂລຊີລະດັບສູງ, ນະວັດຕະກຳ, ຜະລິດເປັນສິນຄ້າ ແລະ ອື່ນໆ. ຫາກລັດຖະບານ ມີນະໂຍບາຍທີ່ຖືກຕ້ອງ, ມີກົດໝາຍທີ່ຮັດກຸມ ຄາດວ່າຈະສາມາດສ້າງຄວາມເຊື້ອໝັ້ນ ໃຫ້ກັບນັກລົງທຶນ ເຂົ້າມາລົງທຶນ ຢູ່ ສປປ ລາວ ກໍຄື ຢູ່ເຂດເສດຖະກິດພິເສດຫຼາຍຂຶ້ນ.

ທ່ານ ຄຳແສນ ສີສະວົງ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ກະຊວງແຜນການ ແລະ ການລົງທຶນກໍຄື ຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ທີ່ໄດ້ສ້າງກົດໝາຍນີ້ຂຶ້ນມາ ເຊິ່ງເປັນກົດໝາຍທີ່ດີທີ່ສຸດ ແລະ ເໝາະສົມທີ່ສຸດຢູ່ໃນໄລຍະທີ່ເສດຖະກິດ ມີຄວາມຝຶດເຄື່ອງໃນປັດຈຸບັນ ພ້ອມທັງສະເໜີໃຫ້ພິຈາລະນາບາງບັນຫາ ເປັນຕົ້ນຈຸດປະສົງຂອງກົດໝາຍຄວນກຳນົດໃຫ້ມີການຄຸ້ມຄອງ ຫລື ສົ່ງເສີມການລົງທຶນ ໃຫ້ລະບຸຢ່າງຈະແຈ້ງ ເຊິ່ງໃນລັກສະນະຂອງກົດໝາຍ ຕ້ອງໄດ້ຕີລາຄາຢ່າງລະອຽດ ບັນຫາໃດທີ່ພົ້ນເດັ່ນຄວນຄຸ້ມຄອງໃຫ້ຖືກຕ້ອງ, ຊັດເຈນ, ໃຫ້ຢູ່ໃນກອບຂອງກົດໝາຍ, ອັນໃດທີ່ຍັງບໍ່ພົ້ນເດັ່ນເທົ່າທີ່ຄວນ ເຮົາຕ້ອງມີນະໂຍບາຍຊຸກຍູ້ສົ່ງເສີມ ໃຫ້ຫຼາຍຂຶ້ນເພື່ອເຮັດແນໃສ່ດຶງດູດເອົາການລົງທຶນຈາກນັກລົງທຶນໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ປັບປຸງບາງມາດຕາເປັນຕົ້ນ, ການກຳນົດເນື້ອທີ່ ເຂດເສດຖະກິດພິເສດໃຫ້ກຳນົດໄລຍະເວລາການສຳປະທານເນື້ອທີ່ສຳປະທານໃຫ້ລະອຽດ, ຍຸຕິທຳ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ມີຄຳເຫັນໃສ່ມາດຕາທີ 22 ເລື່ອງເອກະສານປະກອບການ ເຊັນສັນຍາພັດທະນາເຂດເສດຖະກິດພິເສດ ຕໍ່ກັບບັນຫານີ້, ສະເໜີໃຫ້ມີບົດວິເຄາະສິ່ງແວດລ້ອມທີ່ບົ່ງບອກເຖິງດ້ານດີ ແລະ ດ້ານລົບ, ຜົນເສຍຫາຍ ແລະ ຜົນທີ່ຈະໄດ້ຮັບ ເຊິ່ງຫຼາຍໂຄງການທີ່ເກີດຂຶ້ນຢູ່ ສປປ ລາວ ຍັງເຫັນວ່າ ຍັງບໍ່ຖືເອົາບັນຫານີ້ເປັນສຳຄັນເທົ່າທີ່ຄວນ ທັງນີ້, ແນໃສ່ໃຫ້ຮູ້ເຖິງຜົນທີ່ຈະໄດ້ຮັບ ແລະ ຜົນເສຍຫາຍທີ່ຈະຕາມມາ ຢ່າງລະອຽດ.

ສສຊ ເຂດ 9 ກ່າວຕື່ມວ່າ: ສຳລັບ ອາຍຸການພັດທະນາ ເຂດເສດຖະກິດພິເສດ ສະເໜີໃຫ້ເພີ່ມອາຍຸການພັດທະນາເຂດເສດຖະກິໃຫ້ຫຼາຍກວ່າເກົ່າ ຈາກ 50 ປີ, ຂຶ້ນເປັນ 70-80 ປີ ຕາມຄວາມເໜາະສົມ ເພື່ອດຶງດູດເອົານັກລົງທຶນ ໃຫ້ໄດ້ຫຼາຍທີ່ສຸດ ເນື່ອງຈາກວ່າຖ້າອາຍຸສຳປະທານໜ້ອຍ ນັກລົງທຶນກໍບໍ່ຢາກເຂົ້າມາລົງທຶນ; ສະເໜີໃຫ້ເພີ່ມສິດນຳໃຊ້ ຫຼື ຜົນໄດ້ຮັບໃຫ້ຜູ້ພັດທະນາໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ສົມດູນກັບພັນທະໃນການພັດທະນາເຂດເສດຖະກິດພິເສດ ທັງແນໃສ່ດຶງດູດເອົາການລົງທຶນຈາກພາຍໃນປະເທດ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນເພື່ອປະກອບເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...