spot_img
Homeຂ່າວຕ່າງປະເທດເຈົ້າບ່າວ-ເຈົ້າສາວ ສຸດງົງ ຄົນແປກໜ້າບຸກງານແຕ່ງ ກິນຟຮີ ຍາດຕັ່ງນັ່ງແຂກ

ເຈົ້າບ່າວ-ເຈົ້າສາວ ສຸດງົງ ຄົນແປກໜ້າບຸກງານແຕ່ງ ກິນຟຮີ ຍາດຕັ່ງນັ່ງແຂກ

Published on

ອິງຕາມເວັບໄຊ້ຂ່າວຕ່າງປະເທດ ລາຍງານອາທິດທີ່ຜ່ານມາ, ກ່ຽວກັບເລື່ອງລາວທີ່ກະແສດັງຈາກສື່ອອນລາຍ ເມື່ອຄູ່ບ່າວ-ສາວປ້າຍແດງ ຕ່າງພາກັນງົງໜັກ ເມື່ອຮູ້ວ່າແຂກທີ່ພວກເຂົາເຊີນມາງານແຕ່ງດອງ ບໍ່ມີບ່ອນນັ່ງສຳລັບຮັບປະທານອາຫານ ທັງໆທີ່ພວກເຂົາມີກຳນົດບ່ອນນັ່ງໄວ້ສຳລັບແຂກແຕ່ລະຄົນຢູ່ແລ້ວ ເພາະສະນັ້ນແຂກທີ່ມາກໍຕ້ອງມີບ່ອນນັ່ງ.

ສາເຫດທີ່ບ່ອນນັ່ງບໍ່ພໍເນື່ອງຈາກມີກຸ່ມຄົນກຸ່ມໜຶ່ງ ທີ່ເຮັດນຽນເປັນແຂກ ເຂົາມານັ່ງຕັ່ງແທນແຂກທີ່ຍັງມາບໍ່ຮອດ ນັ່ງກິນອາຫານໂດຍບໍ່ສົນໃຈໃຜ ຈາກພາບເຜີຍໃຫ້ເຫັນວ່າຊາຍຄົນດັ່ງກ່າວເປັນໜຶ່ງໃນຜູ້ບຸກງານແຕ່ງທີ່ຖືກຈັບໄດ້ ກຳລັງຕັ້ງໃຈກິນອາຫານເທິງໜ້າໂຕະ ເມື່ອຄົນອື່ນພະຍາຍາມຖາມວ່າເຂົາແມ່ນໃຜ? ພວກເຂົາກໍບອກວ່າເປັນເພື່ອນບ້ານຂອງເຈົ້າສາວ.

ແຕ່ໃນຂະນະນັ້ນ ກໍມີເພື່ອນບ້ານໂຕຈິງນັ່ງໂຕະຢູ່ນຳ ເພື່ອນບ້ານຈຶ່ງປະກາດອອກມາທັນທີວ່າ: ບໍ່ເຄີຍເຫັນຜູ້ຊາຍຄົນນີ້ມາກ່ອນ ເຮັດໃຫ້ຊາຍຄົນແປກໜ້າຄົນນີ້ຍ້າຍໄປນັ່ງຕັ່ງທີ່ວ່າງຂອງໂຕະຂ້າງໆ ແລະ ຕັ້ງໜ້າຕັ້ງຕາກິນຕໍ່ແບບບໍ່ສົນໃຈກັບສິ່ງທີ່ເກີດຂຶ້ນ.

ຢ່າງໃດກໍຕາມ ຈາກທີ່ກຸ່ມຄົນແປກໜ້າບຸກເຂົ້າມາຍຶດບ່ອນນັ່ງຂອງແຂກ ເຮັດໃຫ້ງານແຕ່ງເກີດຄວາມວຸ້ນວາຍ ແຕ່ພາຍໃນງານດັ່ງກ່າວຍັງດີທີ່ມີການກຽມໂຕະສຳຮອງໄວ້ ລວມເຖິງຕັ່ງທີ່ແຂກມີຊື່ແຕ່ບໍ່ໄດ້ມາຮ່ວມງານ ເຮັດໃຫ້ເຂົາສາມາດຫາບ່ອນນັ່ງໃຫ້ແຂກທີ່ຖືກຍຶດບ່ອນນັ່ງໄດ້.

ທາງດ້ານເຈົ້າສາວບອກວ່າ: ນີ້ບໍ່ແມ່ນຄັ້ງທຳອິດທີ່ເກີດບັນຫາລັກສະນະດັ່ງກ່າວຂຶ້ນ, ສາເຫດທີ່ຕັດສິນໃຈຈັດຕັ່ງເອົາໄວເໍ້ໃຫ້ແຂກລ່ວງນ້າ ເພາະໃນງານແຕ່ງຂອງໝູ່ກໍມີຄົນແປກນ້າແອບເຂົ້າມາໃນງານເຕັມໄປໝົດເຊັ່ນກັນ ຈົນເຮັດໃຫ້ໝູ່ ແລະ ຍາດພີ່ນ້ອງທີ່ມາຮ່ວມງານຕ້ອງໄດ້ກັບບ້ານໄປໂດຍບໍ່ມີບ່ອນນັ່ງ ແຕ່ບໍຄິດວ່າຕົນຈະພົບເລື່ອງແບບນີ້ ຫາກພວກເຂົາບໍ່ມີເງິນກໍບອກໄດ້ ພວກເຮົາພ້ອມລ້ຽງເຂົ້າ ແລະ ໃຫ້ ເງິນຊ່ວຍເຫຼືອໄດ້ ແຕ່ຢ່າມາເຮັດແບບນີ້.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...