spot_img
Homeຂ່າວພາຍ​ໃນລະບຽບການຄຸ້ມຄອງ ກະກຽມຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ

ລະບຽບການຄຸ້ມຄອງ ກະກຽມຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ

Published on

ລະບຽບການຄຸ້ມຄອງ ກະກຽມຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2023.
– ອີງຕາມ ຮີດຄອງປະເພນີອັນຕຶງາມ ຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາ ແຕ່ບູຮານນະການຈົນເຖິງປະຈຸ ປັນ ໃນການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ.
ອີງຕາມ ແຜນການສະເຫຼີມສະຫຼອງ ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ແຕ່ວັນທີ 28-30/10/2023 ສະບັບເລກທີ 483/ຈມ.ຈລ, ລົງວັນທີ 23 ສິງຫາ 2023. ອີງຕາມ ການຕົກລົງຂອງກອງປະຊຸມ ອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 27 ວັນທີ 31 ສິງຫາ 2023 ແລະ ກອງປະຊຸມຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 15 ກັນຍາ 2023.

ມາດຕາ 12: ຂໍ້ຫ້າມຕ່າງໆ:

1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດຫມາຍຂອງ ສປປ ລາວ.

2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ: ພ້າ, ມີດ, ງ້າວ, ຫນ້າເກັກ, ກະຖຸນ, ສະຫນັບມື, ໂຄມໄຟ ລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າຫນ້າທີ່ ທີ່ໄດ້ຮັບອານຸຍາດ.

3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນ ຂອບເຂດ, ບັ້ງກະໂພກ ເຂົ້າມາຈຸດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.

4. ຫ້າມນໍາເອົາພະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວນໍາເອົາມາຂາຍ-ຈໍາຫນ່າຍ ພາຍໃນງານຢ່າງເດັດຂາດ.

5. ຫ້າມວາງ ແລະ ຂາຍສິນຄ້າ ຢູ່ນອກບໍລິເວນຮ້ານ ເກີນຂອບເຂດທີ່ຄະນະກໍາມະການຈັດງານໄດ້ກໍານົດໃຫ້.

6. ຫ້າມນໍາໃຊ້ເຄື່ອງຂະຫຍາຍສຽງ ໂຄສະນາສິນຄ້າພາຍໃນງານບຸນ, ນອກຈາກໄດ້ຮັບອະນຸຍາດຈາກຄະນະ ຮັບຜິດຊອບງານບຸນ.

7. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ ວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ ( CD, DVD ) ລາມົກ ແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.

8. ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດ ຕີກັນ ຢ່າງເດັດຂາດ.

10.ຫ້າມມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດ ຈະຖືກເຈົ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ.

11. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານ ອົງການປົກຄອງບ້ານກີດຂວາງ ການຈັດສັນສະຖານທີ່ວາງສະແດງຂາຍ
ສິນຄ້າ ຂອງຄະນະກໍາມະການຈັດງານຕະຫຼາດນັດ.

12. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ.

13. ຫ້າມແຈກຢາຍ ແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ,

14. ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ.

15. ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊ ນາງສາວ ແລະ ບໍ່ໃຫ້ມີ ມີນິຄອນເສີດ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...