spot_img
Homeຂ່າວພາຍ​ໃນກຽມໄຂກອງປະຊຸມສະໄໝສາມັນ​ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ້າຍເດືອນ​ຕຸລານີ້​

ກຽມໄຂກອງປະຊຸມສະໄໝສາມັນ​ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ້າຍເດືອນ​ຕຸລານີ້​

Published on

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາ ແລະ ຮັບຮອງຫຼາຍບັນຫາ.

ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ​ ກ່າວໃນພິທີຖະແຫຼງຂ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 31 ຕຸລາ 2023 ແລະ ຈະດໍາເນີນໄປເຖິງ ວັນອັງຄານ ວັນທີ 21 ພະຈິກ 2023 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.​

ກອງປະຊຸມດັ່ງກ່າວຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດຄືວຽກງານຂອງລັດຖະບານ ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ (2021-2023) ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີຜ່ານມາ (2021-2023) ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື ກົດໝາຍວ່າດ້ວຍ ການປ້ອງກັນຊາດ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ວຽກງານສະພາແຫ່ງຊາດ ມະຕິກອງປະຊຸມສະພາແຫ່ງຊາດ ລວມມີ 18 ສະບັບ.

ເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.​

ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໝາຍເລກ 156 ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

  • ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX.
  • ອີເມວ: nalao.156@gmail.com
  • App: Laona

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...