spot_img
Homeຂ່າວພາຍ​ໃນປກສ ແຂວງວຽງຈັນ ຈັບເປົ້າໝາຍຂົນສົ່ງຢາເສບຕິດ 1 ເປົາ

ປກສ ແຂວງວຽງຈັນ ຈັບເປົ້າໝາຍຂົນສົ່ງຢາເສບຕິດ 1 ເປົາ

Published on

ໃນວັນທີ 19 ສິງຫາ 2023 ຜ່ານມານີ້ ພົນລະເມືອງດີໄດ້ແຈ້ງຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າມີລົດຂົນສົ່ງສີນຄ້າມາຈອດປະໄວ້ຢູ່ແຄມທາງຂອບເຂດບ້ານຖໍ້າໃຕ້ ເມືອງກາສີ ແຂວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງ ວຽງຈັນ ໄດ້ລົງສົມທົບ ກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງກາສີ ລົງກວດກາຢູ່ສະຖານທີ່ດັ່ງກ່າວພ້ອມທັງກວດກາລົດຄັນດັ່ງກ່າວແມ່ນ ຂອງ ທ້າວ ຄຳສອນ ຢູ່ບ້ານ ທົ່ງແສງຈັນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈຶ່ງພົບເຫັນຢາບ້າຈຳນວນຈໍານວນ 1 ເປົ່າ ເທົ່າກັບ 243.800 ເມັດ ທີ່ຊຸກເຊື່ອງຢູ່ໃນລົດຄັນດັ່ງກ່າວ, ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ຄຳສອນ ອາຍຸ 38 ປີ, ອາຊີບກຳມະກອນ ພ້ອມດ້ວຍລົດຂົນສົ່ງ ແລະ ຢາບ້າຈຳນວນດັ່ງກ່າວ ມາສືບສວນ – ສອບສວນຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນ ທ້າວ ຄຳສອນ ໃຫ້ການຮັບສາລະພາບວ່າ: ຢາບ້າຈຳນວນ 243.800 ເມັດ ແມ່ນຜູ້ກ່ຽວໄດ້ຮັບຂົນສົ່ງແທ້ ເບື້ອງຕົ້ນໃນຄັ້ງວັນທີ 18 ສິງຫາ 2023 ເວລາປະມານ 04 ໂມງ ທ້າວ ຄໍາສອນ ແມ່ນໄດ້ ຂັບລົດຂົນສົ່ງສິນຄ້າ ຢູ່ບ້ານໃໝ່ພູຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ມີຢາບ້າຈຳນວນ 20 ເປົາ ໂດຍໄດ້ຮັບຄ້າຈ້າງ 20.000 ບາດ ຈຸດປະສົງແມ່ນຈະມາສົ່ງໃຫ້ພໍ່ຄ້າຢູ່ສະຖານນີທາງດ່ວນບ້ານນາຊອນ ເມືອງນາຊາຍທອງ ນະຄອນຫຼວງ ຈາກນັ້ນພໍຜູ້ກ່ຽວຂັບຂີ່ລົດຄັນດັ່ງກ່າວມາຮອດເສັ້ນທາງຂອບເຂດບ້ານ ຫ້ວຍສ້ານ ເມືອງກາສີ ແຂວງວຽງຈັນ ຈິ່ງໄດ້ມີລົດກະບະ 2 ຄັນ(ບໍ່ມີປ້າຍທະບຽນ)ມາຈອດຕັນທາງໜ້າ ແລ້ວເອົາຕົວ ທ້າວ ຄຳສອນ ໄປມັດໄວ້ ຢູ່ຂອບເຂດ ບ້ານຖໍ້າໃຕ້ ເມືອງກາສີ ແຂວງວຽງຈັນ ແລະໄດ້ຂົນເອົາຢາບ້າໄປຈໍານວນ 19 ເປົາ ຍັງເຫຼືອ 1 ເປົາ ຈາກນັ້ນປະຊາຊົນຈິ່ງໄດ້ນຳຕົວຜູ້ກ່ຽວມາ ປກສ ກຸ່ມບ້ານກາສີ ຈາກນັ້ນ ປກສ ກຸ່ມຈຶ່ງໄດ້ແຈ້ງຕໍ່ ເຈົ້າໜ້າທີ່ຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງ ວຽງຈັນ ພ້ອມດ້ວຍ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງກາສີ ໄດ້ລົງກວດກາສະຖານທີ່ເກີດເຫດຈື່ງພົບເຫັນລົດຂົນສົ່ງສີນຄ້າຄັນດັ່ງກ່າວພ້ອມຂອງກາງຢາບ້າຈໍານວນ 243.800 ເມັດ ທີ່ຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ນຳຕົວ ທ້າວ ຄໍາສອນ ມາສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ປະຈຸບັນເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ພວມດໍາເນີນການສືບສວນ-ສອບສວນຜູ້ກ່ຽວ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ ເຄືອຄ່າຍແລະຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...