spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 43

ນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 43

Published on

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນຖານະປະທານອາຊຽນ ປີ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ເຊິ່ງຈະຈັດຂຶ້ນ ໃນວັນທີ 4-7 ກັນຍາ 2023 ທີ່ ຈາກາກຕາ ສາທາລະນະລັດ ອິນໂດເນເຊຍ.

ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ຮ່ວມກັບຜູ້ນຳຂອງປະເທດສະມາຊິກອາຊຽນອື່ນໆ ທົບທວນຄືນການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ການຮ່ວມມືຂອງອາຊຽນກັບພາຍນອກ ແລະ ຈະຮັບຊາບຄວາມຄືບໜ້າຂອງການສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ , ຣັດເຊຍ, ສ ອາເມລິກາ ແລະ ສປຊ. ອັນສຳຄັນ, ໃນພິທີປິດຂອງກອງປະຊຸມສຸດຍອດຄັ້ງນີ້, ທ່ານປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ (ໃນນາມປະທານອາຊຽນ ໃນປີ 2023) ຈະໄດ້ມອບການເປັນປະທານອາຊຽນໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນນາມປະທານອາຊຽນ ໃນປີ 2024).

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບ ຄູ່ຮ່ວມຕຳແໜ່ງຈາກ ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລື ກ່ຽວກັບການພົບພັນຮ່ວມມືສອງຝ່າຍ ແລະ ຖືໂອກາດເຊື້ອເຊີນບັນດາຜູ້ນຳດັ່ງກ່າວ ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານ ໃນປີ 2024.

ບົດຄວາມຫຼ້າສຸດ

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ...