spot_img
Homeຂ່າວພາຍ​ໃນພົບຄົນເຈັບມີພະຍາດແມ່ທ້ອງປາກຂໍດຸດຢູ່ຕາມຜິວໜັງ

ພົບຄົນເຈັບມີພະຍາດແມ່ທ້ອງປາກຂໍດຸດຢູ່ຕາມຜິວໜັງ

Published on

ໃຜເຫັນກໍຕົກໃຈ ເມື່ອພົບພະຍາດແມ່ທ້ອງປາກຂໍດຸດຢູ່ຕາມຜິວໜັງຄົນເຈັບ ໂດຍສະເພາະບໍລິເວນກ້ານຄໍ ເປັນຈຸດທີ່ສາມາດເຫັນໄດ້ຢ່າງຊັດເຈນ.

ໃນວັນທີ 29 ສິງຫາ 2023 ທີ່ຜ່ານມາ ທ່ານໝໍຕຸ້ຍ ໄດ້ໂພສຜ່ານເຟສບຸກວ່າ: ມີຄົນເຈັບທີ່ມາຫາໝໍດ້ວຍອາການ ຜື່ນສີແດງທີ່ເປັນຮອຍພະຍາດແມ່ທ້ອງປາກຂໍດຸດຜ່ານຜິວໜັງ.

ທ່ານໝໍໄດ້ລະບຸວ່າ: ພະຍາດແມ່ທ້ອງປາກຂໍ ສ່ວນຫຼາຍຈະມາຈາກ ໝາ ແລະ ແມວ ແຕ່ກໍຍັງພົບຢູ່ໃນຄົນ ເມື່ອຄົນເຮົາມີແມ່ພະຍາດນີ້ ຮ່າງກາຍຈະມີຜື່ນ ຫຼັງຈາກໂຕອ່ອນມັນດຸດຜ່ານຜິວໜັງ ຕໍ່ມາຈະເປັນຕຸ່ມນ້ອຍໆສີແດງກ່ອນ ເມື່ອພະຍາດມັນເລີ່ມດຸດຜ່ານ ຈະເຫັນເປັນຜື່ນສີແດງກວ້າງ 2-3mm ກ້ຽວໄປກ້ຽວມາ ບາງເທື່ອອາດມີຄວາມຍາວເຖິງ 15-20cm.

ໂຕອ່ອນພະຍາດ ຈະເຄື່ອນທີ່ໄດ້ມື້ລະ 2-3mm ຈົນໄປຮອດຫຼາຍ cm ບາງບ່ອນກໍຈະມີຕຸ່ມນ້ຳເກີດຂື້ນນຳ, ຜື່ນຈະເກີດຢູ່ຫຼາຍບ່ອນພ້ອມກັນ ສ່ວນຫຼາຍມັກເຫັນຢູ່ຜິວໜັງທີ່ສຳພັດກັບດິນໂດຍກົງເຊັ່ນ: ຕີນ, ມື. ໃນເດັກນ້ອຍ ອາດຈະພົບຢູ່ບໍລິເວນກົ້ນ ສົມທົບກັບມີອາການຄັນ, ອາດເກີດການຕິດເຊື້ອໃນເວລາຕໍ່ມາ.

ໃນການປ້ອງກັນ ບໍ່ຄວນປົດເກີບເວລາຍ່າງໄປມາ ຫຼື ນັ່ງ ແລະ ໃຊ້ມືຈັບດິນ ທີ່ສົງໄສມີອາໂຈມຂອງສັດປົນຢູ່, ຄວນຖ່າຍພະຍາດໃຫ້ ໝາແລະແມວ ເພື່ອບໍ່ໃຫ້ມີການແຜ່ລະບາດຂອງພະຍາດ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...