spot_img
Homeຂ່າວຕ່າງປະເທດພໍ່ແມ່ໃຈມານ! ຂາຍລູກນ້ອຍອາຍຸ 8 ເດືອນເພື່ອແລກກັບໄອໂຟນ

ພໍ່ແມ່ໃຈມານ! ຂາຍລູກນ້ອຍອາຍຸ 8 ເດືອນເພື່ອແລກກັບໄອໂຟນ

Published on

ເກີດເຫດການສະເທືອນໃຈຂຶ້ນໃນເຂດ North 24 Parganas ລັດເບັງກໍຕາເວັນຕົກ ຂອງປະເທດອິນເດຍ ເມື່ອມີພໍ່-ແມ່ ຄູ່ໜຶ່ງ ພະຍາຍາມຂາຍລູກນ້ອຍ 8 ເດືອນ ເພື່ອແລກກັບເງິນໄປຊື້ໂທລະສັບໄອໂຟນ 14 ເນື່ອງຈາກທັງຄູ່ຕ້ອງການໂດ່ງດັງດ້ວຍການຖ່າຍຄລິບວີດີໂອ Reels ໃນອິນສະຕຣາແກຣມ.

ເລື່ອງດັ່ງກ່າວກາຍເປັນປະເດັນຂຶ້ນມາຍ້ອນເພື່ອບ້ານສັງເກດເຫັນພຶດຕິກຳທີ່ຜິດປົກກະຕິຂອງຄອບຄົວນີ້ຫຼັງເຫັນວ່າເດັກນ້ອຍໄດ້ຫາຍໂຕໄປຫຼາຍມື້ ແຕ່ວ່າຜູ້ເປັນພໍ່ແມ່ຂອງເດັກບໍ່ໄດ້ມີຄວາມຕື່ນຕົກໃຈຫຍັງ ແຖມຍັງມີໂທລລະສັບໄອໂຟນ 14 ເຄື່ອງໃໝ່ທັງທີປົກກະຕິແລ້ວບ້ານນີ້ມີບັນຫາເລື່ອງເງິນຢ່າງນັກ.

ເຈົ້າໜ້າທີ່ໄດ້ລະບຸວ່າ: ພໍ່ຊື່ວ່າ: ເຈເດັບ ແລະ ຜູ້ເປັນແມ່ຊື່ວ່າ ສະຕີ ຫຼັງຈາກທີ່ຄວບຄຸມຕົວຜູ້ເປັນແມ່ໄດ້ຮັບສາລະພາບວ່າ: ນາງກັບຜົວໄດ້ເລາະຂາຍລູກເພື່ອຫາເງິນຊື້ໂທລະສັບໄອໂຟນ 14 ເນື່ອງຈາກຕ້ອງການນຳມາໃຊ້ຖ່າຍວີດີໂອ Reels ໂພສລົງໃນອິນສຕຣາແກຣມເຊິ່ງເປັນກະແສໃນສື່ສັງຄົມອອນລາຍ.

ນອກຈາກນີ້ຍັງມີການເປີດເຜີຍອີກວ່າ: ກ່ອນທີ່ພວກເຂົາຈະຂາຍລູກນ້ອຍອາຍຸ 8 ເດືອນ ພໍ່ກັບແມ່ຄູ່່ນີ້ພະຍາຍາມຈະຂາຍລູກສາວອາຍຸ 7 ປີຂອງໂຕເອງດ້ວຍ, ທັງນີ້ຍັງບໍ່ແມ່ນເຫດການຄັ້ງທຳອິດທີ່ໄດ້ມີການຂາຍລູກຕົນເອງ ເພາະກ່ອນໜ້ານີ້ໃນປີ2016 ມີຄູ່ຜົວເມຍຊາວຈີນຂາຍລູກສາວຕົນເອງອາຍຸ 18 ປີໃນລາຄາ 3,530 ໂດລາສະຫາລັດເພື່ອແລກກັບການຊື້ໂທລະສັບໄອໂຟນເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...