spot_img
Homeຂ່າວຕ່າງປະເທດຊາຍຊາວຈີນ ຖືກໜວດກຸ້ງປັກມືເສຍຊີວິດ

ຊາຍຊາວຈີນ ຖືກໜວດກຸ້ງປັກມືເສຍຊີວິດ

Published on

ອີງຕາມເພຈເຟສບຸກ World Forum ລາຍງານໃນວັນທີ 29 ສິງກາ 2023 ຜ່ານມານີ້ວ່າ: ຊາຍຊາວຈີນ ຈາກເມືອງຫາງໂຈອາຍຸ 52 ປີ ຖືກໜວດກຸ້ງປັກມື ຈຶ່ງເປັນສາເຫດເຮັດໃຫ້ຊາຍຄົນດັ່ງກ່າວເສຍຊີວິດ.

ຕາມການລາຍງານໄດ້ລະບຸວ່າ: ຊາຍຄົນດັ່ງກ່າວຢາກກິນກຸ້ງ ແລະ ພຶ້ນທີ່ອ້ອມຮອບບ້ານເປັນທົ່ງນາ ທີ່ເພື່ອນບ້ານລ້ຽງກຸ້ງໄວ້ ເຊິ່ງລາວສາມາດຈັບໄປເຮັດເປັນອາຫານກິນໄດ້, ຂະນະທີ່ລາວຈັບກຸ້ງ ແລະ ລ້າງທຳຄວາມສະອາດໜວດກຸ້ງໄດ້ປັກມື ແຕ່ບໍ່ມີເລືອດ ເປັນຮອຍບາດນ້ອຍໆ ລາວເລີຍບໍ່ສົນໃຈ 3 ມື້ຕໍ່ມານິ້ວມືເລີ່ມຂຽວຊໍ້າ, ໄຂ້ຂຶ້ນ, ໜາວສັ່ນ, ປວດຮາກໝົດຄືນ ແຂນບວມຫຼັງສົ່ງໄປໂຮງໝໍ ອະໄວຍະວະຂອງລາວບໍ່ມີປະຕິກິລິຍາເພາະວ່າລາວເສຍຊີວິດຈາກການຕິດເຊື້ອ.

ຈາກການກວດເລືອດພົບວ່າຜູ້ຊາຍອາຍຸ 52 ປີຕິດເຊື້ອ Aeromonas, ເຊິ່ງແຜ່ລາມຢູ່ໃນນ້ຳຈືດ, ນ້ຳທະເລ, ນ້ຳເສຍແລະດິນ ເປັນເຊື້ອພະຍາດທີ່ກໍ່ໂຣກ, ທ່ານໝໍຄາດວ່າເຊື້ອ Aeromonas ອາດເປັນແມ່ພະຍາດທີ່ມາຈາກກຸ້ງ ໂດຍຜ່ານເຂົ້າສູ່ກະແສເລືອດທາງຮອຍບາດ ແລະ ສະພາບຮ່າງກາຍຂອງແຕ່ລະຄົນມີພູມຕ້ານທານບໍ່ຄືກັນຈຶ່ງເຮັດໃຫ້ຊາຍຄົນດັ່ງກ່າວເສຍຊີວິດ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...