spot_img
Homeຂ່າວຕ່າງປະເທດໄວລຸ້ນນັກສຶກສາຖືກຍິງເສຍຊີວິດຍ້ອນເຂົ້າເຮືອນຜິດຫຼັງ

ໄວລຸ້ນນັກສຶກສາຖືກຍິງເສຍຊີວິດຍ້ອນເຂົ້າເຮືອນຜິດຫຼັງ

Published on

ນັກສຶກສາ ອາຍຸ 20 ປີ ຂອງມະຫາວິທະຍາໄລເຊົ້າຄາລໍລິນາ (University of South Carolina) ຖືກຍິງເສຍຊີວິດຍ້ອນເຂົ້າເຮືອນຜິດຫຼັງ.

ໃນວັນທີ 28 ສິງຫາ 2023 ເກີດເຫດສະຫຼົດ ໄວລຸ້ນນັກສຶກສາຊື່ Nicholas Anthony Donofrio ອາຍຸ 20 ປີ ເປັນນັກສຶກສາຈາກ University of South Carolina ທີ່ສະຫະລັດອາເມຣິກາ ເສຍຊີວິດຈາກການຖືກຍິງເຂົ້າຮ່າງກາຍສ່ວນເທິງ ທີ່ບໍລິເວນໜ້າບ້ານ ຖະໜົນເຊົ້າຮອລລີ່ ເຊິ່ງຢູ່ຫ່າງຈາກເຂດມະຫາວິທະຍາໄລປະມານ 3 ກິໂລແມັດ.

ຂໍ້ມູນຈາກທາງຄອບຄົວລະບຸວ່າ Donofrio ຫາກໍຍ້າຍເຂົ້າມາຮຽນເປັນປີທີ 2 ທີ່ມະຫາວິທະຍາໄລ ລາວໄດ້ຍ້າຍເຂົ້າມາຢູ່ໃນບ້ານໃກ້ຈຸດທີ່ລາວເສຍຊີວິດຍ້ອນເຂົ້າເຮືອນຜິດຫຼັງ ເຊິ່ງ Donofrio ເຂົ້າຮຽນໄດ້ພຽງ 1 ອາທິດເຫດກໍເກີດ.

ປັດຈຸບັນ ເຈົ້າໜ້າທີ່ກຳລັງຮວບຮວມຂໍ້ມູນຫຼັກຖານ ແລະ ສືບສວນເລື່ອງດັ່ງກ່າວ.

ແຫຼ່ງຂ່າວ NYPost

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...