spot_img
Homeຂ່າວພາຍ​ໃນສາທາລະນະສຸກເມືອງໄຊເສດຖາແຈ້ງບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດຊໍາເຮື້ອ

ສາທາລະນະສຸກເມືອງໄຊເສດຖາແຈ້ງບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດຊໍາເຮື້ອ

Published on

ຫ້ອງການສາທາລະນະສຸກເມືອງໄຊເສດຖາ ແຈ້ງການ ໃນວັນທີ 25 ສິງຫາ 2023 ໃຫ້ບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດໂດຍແພດຊຽວຊານກຽ່ວກັບພະຍາດຊໍາເຮື້ອ.

ປັດຈຸບັນ ໂຮງໝໍເມືອງຊຸມຊົນ ໄຊເສດຖາ ຮ່ວມມືກັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ເປີດບໍລິການ ການກວດພະຍາດບໍ່ຕິດຕໍ່ ຫຼື ພະຍາດຊໍາເຮື້ອ ໂດຍ ແພດຊ່ຽວຊານຈາກມະຫາວິທະຍາໄລສຸຂະພາບເຊັ່ນ: ພະຍາດເບົາຫວານ, ພະຍາດໄຂ່ຫຼັງ, ພະຍາດຫົວໃຈ – ເສັ້ນເລືອດ, ປະດົງຂໍ້ ແລະ ອື່ນໆ.

ການບໍລິການເປີດ ທຸກວັນພະຫັດ ເລີ່ມ 8:00-12:00 ໂມງ ຢູ່ທີ່ຫ້ອງກວດພະຍາດ ເຂດນອກໂຮງຫມໍຊຸມຊົນເມືອງໄຊເສດຖາ ພ້ອມນີ້ ຍັງມີການກວດເຊັກສຸພາບທົ່ວໄປດ້ວຍທ່ານໝໍປະຈໍາ ແລະ ເຄື່ອງກວດວິເຄາະທີ່ທັນສະໄຫມໄດ້ມາດຕະຖານບໍລິການ ວັນຈັນ – ສຸກ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...