spot_img
Homeຂ່າວພາຍ​ໃນກອງປະຊຸມວິສາມັນ ຂອງລັດຖະບານ

ກອງປະຊຸມວິສາມັນ ຂອງລັດຖະບານ

Published on

ເພື່ອປະຕິບັດຕາມແຜນດໍາເນີນງານ ຂອງລັດຖະບານ, ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ຂອງສະພາແຫ່ງຊາດ ໂດຍສະເພາະ ແຜນດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຄາດຄະເນຈະຈັດຂຶ້ນ ໃນທ້າຍປີນີ້, ດັ່ງນັ້ນ ໃນວັນທີ 21 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ດັ່ງນີ້:
1. ຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ເຂົ້າໃຈງ່າຍ ເປັນຕົ້ນ: ການໃຊ້ຄໍາສັບ ແມ່ນໃຫ້ເປັນພາສາທາງການ ທີ່ເຂົ້າໃຈງ່າຍ; ການກໍານົດເນື້ອໃນກ່ຽວກັບກອງທຶນໃຫ້ຈະແຈ້ງຕື່ມ ບໍ່ຊ້ຳຊ້ອນກັບກອງທຶນອື່ນ, ພ້ອມທັງ ຮີບຮ້ອນຄົ້ນຄວ້າລະບຽບຄຸ້ມຄອງ ກ່ຽວກັບກອງທຶນສະເພາະ ແລະ ອື່ນໆ
2. ຮ່າງກົດໝາຍ ວ່າດ້ວຍການບັນຊີ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການຮັບ ຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ ເປັນຕົ້ນ: ເນື້ອໃນກ່ຽວກັບຈຸດປະສົງ, ຫຼັກການກ່ຽວກັບວຽກງານບັນຊີ, ເງື່ອນໄຂຂອງພະນັກງານບັນຊີ; ພ້ອມນີ້ການນໍາໃຊ້ເຄື່ອງໝາຍໃນການຂຽນຕົວເລກ ກໍ່ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງພາກພື້ນ ແລະ ສາກົນ.
3. ຮ່າງກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ (ສະບັບສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ, ສອດຄ່ອງກັບນິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ, ແນໃສ່ດຶງດູດການລົງທຶນເຂົ້າສູ່ເຂດຕ່າງໆ ເພື່ອໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ສາມາດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທໍາຂອງຊາດ ເປັນຕົ້ນ: ການກໍານົດເນື້ອໃນ ແມ່ນໃຫ້ສອດຄ່ອງກັບສະພາບຕົວຈິງ ເພື່ອຈໍາກັດຊ່ອງຫວ່າງ ຂອງການສວຍໂອກາດ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆ ຈາກການຖອດຖອນບົດຮຽນ ໃນໄລຍະຜ່ານມາ; ການຈັດຕັ້ງຄຸ້ມຄອງເຂດ ແລະ ຄະນະຄຸ້ມຄອງເຂດ, ນະໂຍບາຍດ້ານແຮງງານ, ນະໂຍບາຍຕໍ່ຜູ້ພັດທະນາເຂດ, ການກຳນົດພັນທະຂອງຜູ້ພັດທະນາເຂດ ແລະ ອື່ນໆ.
4. ຮ່າງກົດໝາຍ ວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກ ການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ໃຫ້ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເປັນຕົ້ນ ນິຍາມກ່ຽວກັບເງິນເອເລັກໂຕຣນິກ, ການກຳນົດກ່ຽວກັບອົງການກວດກາ ວຽກງານລະບົບການຊຳລະ.
5. ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່); ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ.
ສຳລັບການປັບປຸງບັນດາຮ່າງກົດໝາຍດັ່ງກ່າວ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ບັນດາຄະນະຮັບຜິດຊອບກົດໝາຍດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາໃຫ້ທັນຕາມກຳນົດເວລາ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມຈຳນວນໜຶ່ງ ດັ່ງນີ້:
1. ກະກຽມເນື້ອໃນໃຫ້ແກ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ສິງຫາ 2023 ແລະ ກອງປະຊຸມລັດຖະບານ ຮ່ວມກັບຄະນະປະຈຳສະພາແຫ່ງ ຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້.
2. ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ທີ່ຫາກໍສໍາເລັດໃນອາທິດຜ່ານມາ ໂດຍໃຫ້ຫັນເອົາບັນດາເນື້ອໃນ 5 ດ້ານ ເປັນແຜນວຽກຕົວຈິງໃຫ້ລະອຽດ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ.
3. ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ, ແຂງແຮງຂຶ້ນກ່ວາເກົ່າ, ນໍາໃຊ້ຫຼາຍນະໂຍບາຍ, ຫຼາຍມາດຕະການ, ຫຼາຍວິທີ.
4. ໃຫ້ກະຊວງ ສຶກສາທິການ ແລະ ກິລາ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວ ຂ້ອງ ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່, ລວມທັງການແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສະຖາບັນການສຶກສາ.
5. ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ, ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນ ເສັ້ນທາງເລກທີ 8, ເສັ້ນ ທາງເລກທີ 12 ແລະ ເສັ້ນທາງອື່ນໆ ໃຫ້ສາມາດເດີນທາງໄປ-ມາ ເປັນປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມສະພາບການປ່ຽນແປງ ຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມື ຕໍ່ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
6. ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໂດຍສະເພາະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ອິນໂດເນເຊຍ ແລະ ຮັບການເປັນປະທານອາຊຽນ; ການຕ້ອນຮັບການນໍາຈາກຕ່າງປະເທດ ກໍຄືງານສຳຄັນຕ່າງໆ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...