spot_img
Homeຂ່າວພາຍ​ໃນລາວເຂົ້າຮ່ວມຫຼິ້ນເກມໃນລາຍການຂອງ MrBeast ລາຍການດັງຂອງອາເມຣິກາ

ລາວເຂົ້າຮ່ວມຫຼິ້ນເກມໃນລາຍການຂອງ MrBeast ລາຍການດັງຂອງອາເມຣິກາ

Published on

ລາວເປັນໜຶ່ງໃນຜູ້ເຂົ້າຮ່ວມຫຼິ້ນເກມໃນລາຍການຂອງ MrBeast ລາຍການດັງຂອງອາເມຣິກາ ເພື່ອຍາດຊິງລາງວັນຫຼາຍກວ່າ 250.000 ໂດລາ.

James Stephen Donaldson ຫຼື ເປັນທີ່ຮູ້ຈັກກັນໃນນາມ Jimmy Donaldson ແລະ MrBeast ເຊິ່ງເປັນ Youtuber ຊື່ດັງ ແລະ ຜູ້ຜະລິດຄອນເທັ້ນເນັ້ນສິ່ງທ້າທາຍ ແລະ ຍັງມີການແຈກເງິນ ຫຼື ສິ່ງຂອງຕ່າງໆໃຫ້ຜູ້ເຂົ້າຮ່ວມລາຍການຂອງລາວ ແຕ່ຄົນທີ່ເຂົ້າຮ່ວມຈະບໍ່ໄດ້ເງິນງ່າຍໆແບບນັ້ນ ພາຍໃນລາຍການຍັງຕ້ອງມີການແຂ່ງຂັນເພື່ອຍາດຊິງລາງວັນອີກດ້ວຍ.

ດ້ວຍຜູ້ຕິດຕາມທີ່ມີຫຼາຍກວ່າ 178 ລ້ານຄົນ ເຮັດໃຫ້ MrBeast ໂດ່ງດັງໄປທົ່ວໂລກ ບໍ່ວ່າຈະແມ່ນຜູ້ໃຫຍ່ ຫຼື ເດັກນ້ອຍ ທີ່ເຂົ້າຊົມລາຍການ ນອກນີ້ MrBeast ຍັງເປັນຜູ້ໃຊ້ບັນຊີສ່ວນບຸກຄົນທີ່ມີຜູ້ຕິດຕາມຫຼາຍທີ່ສຸດໃນ Youtube ແລະ ເປັນລາຍການທີ່ມີຜູ້ຕິດຕາມຫຼາຍເປັນອັນດັບສອງຂອງໂດຍລວມ.

ໃນວັນທີ 19 ສິງຫາ 2023 ທີ່ຜ່ານມານີ້ MrBeast ກໍໄດ້ເຜີຍແຜ່ລາຍງານຜ່ານຊ່ອງທາງ Youtube ທີ່ມີຊື່ວ່າ “Every Country On Earth Fights For $250.000” ໝາຍຄວາມວ່າ ທຸກໆປະເທດໃນໂລກມາແຂ່ງຂັນເພື່ອຊິງເງິນລາງວັນ 250.000 ໂດລາ.

ໃນການແຂ່ງຂັນ ໜຶ່ງໃນນັ້ນກໍມີປະເທດລາວເຂົ້າຮ່ວມ ລວມໄປເຖິງປະເທດເພື່ອນບ້ານເຮົາກໍຄື ໄທ ຫວຽດນາມ ກຳປູເຈຍ ຈີນ ແລະ ປະເທດອື່ນໆອີກ, ເຊິ່ງລາວເຮົາສາມາດເຂົ້າຮອບດ່ານທຳອິດ ໂດຍລາວແລ່ນເຂົ້າຮອບໃນ 1 ວິນາທີສຸດທ້າຍກ່ອນປະຕູປິດ ໃນນັ້ນມີຜູ້ເຂົ້າຮອບເຫຼືອພຽງ 97 ປະເທດ, ແຕ່ກໍໜ້າເສຍດາຍທີ່ລາວເຮົາຕົກ ໃນດ່ານທີ 2.

ຢ່າງໃດກໍຕາມ ຖືວ່າເປັນໜ້າຕື່ນເຕັ້ນ ທີ່ລາວເຮົາໄດ້ເຂົ້າຮ່ວມການແຂ່ງຂັນໃນລາຍການລະດັບໂລກຄື MrBeast  ທີ່ເປີດໂອກາດໃຫ້ປະເທດຕ່າງໆ ລວມໄປເຖິງປະເທດນ້ອຍໆຄືປະເທດລາວ ໄດ້ເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...