spot_img
Homeຂ່າວພາຍ​ໃນໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ສຳເລັດການຜ່າຕັດຊ່ວຍເກີດລູກ ໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່

ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ສຳເລັດການຜ່າຕັດຊ່ວຍເກີດລູກ ໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່

Published on

ທ່ານ ດຣ.​ ສີວັນໄຊ ຈັນທະວົງສັກ ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໄດ້ໃຫ້ສໍາພາດໃນວັນທີ 15 ສິງຫາ ນີ້ ວ່າ: ຄະນະແພດ-ໝໍ ແລະ ພະຍາບານຂອງໂຮງໝໍ ໄດ້ສຳເລັດການຜ່າຕັດຊ່ວຍເກີດລູກ ໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ ໂດຍນໍ້າໜັກກ້ອນເບົ້າຫຼັງຜ່າຕັດແມ່ນ 20 ກິໂລກຣາມ ຊຶ່ງເປັນຜົນສຳເລັດໜຶ່ງທີ່ຖືໄດ້ວ່າເປັນຄັ້ງປະຫວັດສາດ ເພາະເປັນການຜ່າຕັດຊ່ວຍເກີດກ່ອນກຳນົດ ແລະ ເປັນການຜ່າກ້ອນເບົ້າຮັ່ງໄຂ ຂະໜາດໃຫຍ່ກວ່າທີ່ເຄີຍພົບເຫັນມາ.

ພ້ອມດຽວກັນນີ້, ທ່ານ ດຣ.​ ສະແນກ ອິນທະວົງ ຮອງພະແນກພະຍາດຍິງ ໜຶ່ງໃນຄະນະຜ່າຕັດໃນກໍລະນີດັ່ງກ່າວ ກໍໄດ້ໃຫ້ຂໍ້ມູນວ່າ: ຄົນເຈັບ ເປັນແມ່ຍິງຖືພາລູກຜູ້ທີ່ 2 ຊຶ່ງເປັນຄົນຊົນເຜົ່າມົ້ງ ອາຍຸ 17 ປີ ອາໄສຢູ່ບ້ານຜາສະຫງົບ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຖືກນໍາສົ່ງຈາກໂຮງໝໍແຂວງເຂົ້າມາປິ່ນປົວຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃນວັນທີ 10/8/2023. ໃນເບື້ອງຕົ້ນຫຼັງຈາກຮັບຄົນເຈັບເຂົ້າປິ່ນປົວ, ຄະນະອຳນວຍການໂຮງໝໍ ກໍໄດ້ໃຫ້ການຊີ້ນໍາໂດຍກົງ ເພາະເປັນກໍລະນີທີ່ພົບເຫັນໄດ້ຍາກ ແລະ ດ້ວຍຂະໜາດຂອງກ້ອນເບົ້າແມ່ນໃຫຍ່ກວ່າທີ່ເຄີບພົບເຫັນມາກ່ອນ. ໂດຍພາຍໃຕ້ການຊີ້ນໍາ ແພດ-ໝໍພວກເຮົາໃນພະແນກກ່ຽວຂ້ອງ ໄດ້ມີການຕິດຕາມກວດກາຮ່າງກາຍ ແລະ ກວດເພີ່ມຕື່ມດ້ານຕ່າງໆ ມີການກວດເລືອດ, ເອໂກ້ ພ້ອມທັງຂຶ້ນແຜນການຜ່າຕັດ ເພື່ອເປັນການປົກປ້ອງຊີວິດຂອງແມ່ ແລະ ເດັກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ທັງເປັນການຫຼຸດຜ່ອນຄວາມສ່ຽງ, ປະກອບສ່ວນຫຼຸດອັດຕາການຕາຍແມ່ ແລະ ເດັກກ່ອນເກິີດ ຫຼື ເດັກເກີດໃໝ່.

ທ່ານ ດຣ.​ ສະແນກ ອິນທະວົງ ກ່າວໃຫ້ຮູ້ວ່າ: ຄົນເຈັບມີອາການຫາຍໃຈຝືດ, ນອນຫງ່າຍບໍ່ໄດ້ ແລະ ມີອາການຕີນບວມ ເນື່ອງຈາກຮ່າງກາຍທີ່ມີຮູບຮ່າງນ້ອຍ ຊຶ່ງຂໍ້ມູນນໍ້າໜັກກ່ອນຖືພາມີປະມານ 44 ກິໂລກຣາມ, ກ່ອນເຂົ້າຜ່າຕັດໃນຕອນເຊົ້າວັນທີ 15 ສິງຫານີ້ ມີນໍ້າໜັກເຖິງ 60 ປາຍກິໂລກຣາມ. ຄະນະແພດ-ໝໍ ແລະ ພະຍາບານ ທີ່ເຮັດໜ້າທີ່ຜ່າຕັດຊ່ວຍເກີດລູກ ໃຊ້ເວລາໃນການຜ່າຕັດ 1 ຊົ່ວໂມງ 30 ນາທີ ແລະ ສຳເລັດໄປດ້ວຍດີ, ແມ່ ແລະ ລູກ ມີຄວາມປອດໄພ ຊຶ່ງປັດຈຸບັນກຳລັງສືບຕໍ່ຕິດຕາມອາການ ແລະ ປິ່ນປົວຂັ້ນຕໍ່ໄປ. ຫຼັງຜ່າຕັດ, ກໍໄດ້ນໍາສົ່ງກ້ອນເບົ້າໄປວິໄຈ ເພື່ອຊອກຫາຄວາມສ່ຽງການເປັນມະເຮັງ.

ສ່ວນເດັກທີ່ເກີດໃໝ່, ມີນໍ້າໜັກ 1.595 ກຣາມ ໂດຍສະພາບເບື້ອງຕົ້ນແຂງແຮງດີ ແຕ່ກໍຕ້ອງຕິດຕາມເພີ່ມຕື່ມ ຈາກແພດ-ໝໍ ສະເພາະທາງ ແລະ ພະຍາບານກ່ຽວຂ້ອງ ເພື່ອນໍາໃຊ້ອຸປະກອນທີ່ທັນສະໄໝເຂົ້າຊ່ວຍຕິດຕາມ ແລະ ປິ່ນປົວຕາມອາການ ເນື່ອງຈາກການເກີດກ່ອນກຳນົດ ນໍ້າໜັກຂອງເດັກນ້ອຍຫຼຸດຈາກມາດຕະຖານປົກກະຕິເດັກເກີດໃໝ່ ທີ່ຕໍ່າສຸດຢູ່ທີ່ 2,5 ກິໂລກຣາມ.

ທີ່ມາ: ປະຊາົຊນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...